ການຄ້າຫວຽດນາມ-ອິນເດຍມຸ້ງໄປເຖິງຈຸດໝາຍ7ຕື້USD
ພາບປະກອບ
(vovworld) - ການພົວພັນທາງດ້ານການຄ້າລະຫວ່າງ ຫວຽດນາມ - ອິນເດຍ ໃນຊຸມປີມໍ່ໆມານີ້ ໄດ້ພັດທະນາຢ່າງແຮງ, ແມ່ນໜຶ່ງໃນ 5 ເສົາຄ້ຳໃນການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນເດຍ. ທ່ານ ຫງວຽນເຊີນຮ່າ, ທີ່ປຶກສາດ້ານການຄ້າ ຫວຽດນາມ ປະຈຳ ອິນເດຍ, ໃຫ້ຮູ້ວ່າ: ອິນເດຍແມ່ນໜຶ່ງ ໃນ 10 ຄູ່ຮ່ວມມືການຄ້ານລາຍໃຫຍ່ຂອງ ຫວຽດນາມ ແລະ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບ 4 ຂອງ ອີນເດຍ ໃນອາຊຽນ. ຫວຽດນາມ ແລະ ອິນເດຍ ພວມມີແຜນນະໂຍບາຍປະຕິບັດມາດຕະການລວມມີອະນຸກຳມະການການຄ້າປະສົມລະຫວ່າງກະຊວງກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ແລະ ກະຊວງການຄ້າ ແລະ ອຸດສາຫະກຳ ອິນເດຍ ຈັດກອງປະຊຸມປີລະເທື່ຶອໜຶ່ງ ເພື່ອແນໃສ່ຊຸກຍູ້ການເຄື່ອນໄຫວຂອງເວທີປາໄສວິສາຫະກິດ ຫວຽດນາມ - ອິນເດຍ, ຜັນຂະຫຍາຍໂຄງການຮ່ວມມື ແລະ ແລກປ່ຽນ 2 ຝ່າຍກ່ຽວກັບການສົ່ງເສີມການຄ້າ, ການລົງທຶນລະດັບຊາດ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດ. ພ້ອມກັນນັ້ນ, 2 ຝ່າຍຍັງຈັດຕັ້ງງານຕະຫຼາດນັດ, ງານວາງວະແດງ, ບັນດາເວທີປາໄສ ວິສາຫະກິດ ຫວຽດນາມ - ອິນເດຍຢູ່ແຕ່ລະປະເທດເປັນປະຈຳ, ສົ່ງເສີມບັນດາວິສາຫະກິດ 2 ປະເທດລົງທຶນເຂົ້າແຕ່ລະປະເທດ, ໜູນຊ່ວຍບັນດາວິສາຫະກິດເປີດຫ້ອງການຕາງໜ້າ, ສາຂາ, ບໍລະສັດຢູ່ແຕ່ລະປະເທດ. ຄຽງຄ້າງນັ້ນ, 2 ຝ່າຍໄດ້ສ້າງເງື່ອນໄຂອຳນວຍຄວາມຄວາມສະດວກໃຫ້ບັນດານັກທຸລະກິດ, ນັກລົງທຶນໄປ ມາ ດຳເນີນທຸລະກິດ, ຄົ້ນຄ້ວາ ອອກ ວີຊາ ໄລຍະຍາວ ໃຫ້ບັນດານັກທຸລະກິດ ແລະ ບັນດານັກລົງທຶນ; ເປີດສາຍການບິນໂດຍກົງລະຫວ່າງ 2 ປະເທດໂດຍໄວ.