ການນຳພັກ,ລັດຖະບານຫວຽດນາມໃຫ້ການຕ້ອນຮັບລັດຖະມົນຕີການຕ່າງປະເທດອາເມລິກາ

ການນຳພັກ,ລັດຖະບານຫວຽດນາມໃຫ້ການຕ້ອນຮັບລັດຖະມົນຕີການຕ່າງປະເທດອາເມລິກາ - ảnh 1
ທ່ານ​ເລ​ຂາທິການ​ໃຫຍ່​ ຫງວຽນ​ຟູ໋ຈ້ອງ ​ຕ້ອນຮັບ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry
(ພາບ: Trí Dũng/TTXVN)


(vovworld) – ຕອນ​ບ່າຍ​ວັນ​ທີ 16/12, ຢູ່ ຮ່າ​ໂນ້ຍ, ​ໃນ​ການ​ຕ້ອນຮັບ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ John Kerry ທີ່​ພວມ​ຢູ່​ຢ້ຽມຢາມ ຫວຽດນາມ, ທ່ານ​ເລ​ຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາ​ງພັກ ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ປະຕິບັດ​ແນວທາງ​ການ​ຕ່າງປະ​ເທດ​​ເປັນເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ, ຫັນ​ການ​ພົວພັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ​​ເປັນ​ເຈົ້າ​ການ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ສາກົນສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ພ້ອມ​ທັງຢັ້ງຢືນ​: ຖື ອາ​ເມ​ລິ​ກາ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ ຫວຽດນາມ. ທ່ານ​ເລ​ຂາ​ທິການ​ໃຫຍ່ ຫງວຽນ​ຟູ໋ຈອ້ງ ສະ​ເໜີ​ໃຫ້ ອາ​ເມ​ລິ​ກາ ​ເພີ່ມ​ທະວີ​ການ​ຮ່ວມ​ມື ກັບ ຫວຽດນາມ ​ໃນ​ຂອບ​ເຂດ​ທີ່​ມີ​ຢູ່​ແລ້ວ ​ແລະ ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ​, ການ​ລົງທຶນ, ວິທະຍາສາດ, ​ເຕັກ​ໂນ​ໂລ​ຢີ, ກາ​ນສຶກສາ, ບຳລຸງ​ສ້າງ, ສາທາລະນະ​ສຸກ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ…

    ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ​ໃນ​ການ​ຕ້ອນຮັບ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທ​ດ ອາ​ເມ​ລິ​ກາ John Kerry, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູ້ງ ຖື​ວ່າ: ໝາກຜົນ​ຂອງ​ການ​ຢ້ຽມຢາມ​ຈະ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງໜ້າ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ. ຊົມ​ເຊີຍ ອາ​ເມ​ລິ​ກາ ໜູນ​ຊ່ວຍ ຫວຽ​ດນາມ ຮັບ​ມື​ກັບ​ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ ກໍ່​ຄື​ຄວາມ​ເອົາ​ໃຈ​ໃສ່​ຂອງ ອາ​ເມ​ລິກາ ​ໃນ​ການ​ນຳ​ໃຊ້​ແຫຼ່ງນ້ຳ​ແມ່​ນ້ຳຂອງ​ແບບ​ຢືນ​ຍົງ.



ຂ່າວ/ບົດ​ອື່ນ