ການນຳຫວຽດນາມຕ້ອນຮັບ ຄະນະຜູ້ແທນຂັ້ນສູງຄະນະຈັດຕັ້ງ ສູນກາງພັກປະຊາຊົນປະຕິວັດລາວ

ການນຳຫວຽດນາມຕ້ອນຮັບ ຄະນະຜູ້ແທນຂັ້ນສູງຄະນະຈັດຕັ້ງ ສູນກາງພັກປະຊາຊົນປະຕິວັດລາວ - ảnh 1
ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong
ແລະ ​ທ່ານ ຈັນ​ສີ ​ໂພ​ສີຄຳ
( ພາບ: vietnamplus.vn )

( vovworld ) -   ຕອນ​ບ່າຍ​ວັນ​ທີ 13/6, ຢູ່​ສຳ​ນັງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໂດຍ​ທ່ານ ຈັນ​ສີ ​ໂພ​ສີຄຳ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​​ເປັນ​ຫົວໜ້າ​ຄະນະ ທີ່​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽ​ດນາມ. ທ່ານ​ເລຂາທິການ​ໃຫຍ່ Nguyen Phu Trong ຊີ້​ແຈ້ງວ່າ​ ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ພ້ອມ​ກັບ​ລາວ ຮັກສາ, ​ເພີ່ມ​ພູນ​ຄຸນ​ສ້າງ​ໃຫ້​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ ໃຫ້ພັດທະນາຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ​ເພື່ອຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ແຕ່ລະ​ປະ​ເທດ, ​ເພື່ອ​ສັນຕິາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ. ທ່ານ​ເລຂາທິການ​ໃຫຍ່​ໄດ້​ສະ​ເໜີ​ໃຫ້ສອງ​​ຄະນະ​ຈັດ​ຕັ້ງ​ສູງ​ກາງ​​ຂອງສອງ​ພັກ ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ບັນດາ​ບັນຫາ​ທາງທິດ​ສະ​ດີ ​ແລະ ພຶດຕິ​ກຳຕົວ​ຈິງ, ບົດຮຽນ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ, ວຽກ​ງານ​ຈັດ​ຕັ້ງ​ພະນັກງານ, ບຳລຸງ​ສ້າງ, ບຳລຸງ​ພະນັກງານທຸກ​ຂັ້ນ, ຮ່ວມ​ມື​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ວຽກ​ງານ​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ໃຫຍ່ຂອງ​ແຕ່​ລະ​ພັກ; ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ “​ປີ​ແຫ່ງ​ຄວາມ​ສາມັກຄີ, ມິດຕະພາບ​ຫວຽດນາມ - ລາວ, ລາວ -ຫວຽດນາມ” ​​ໃຫ້ເປັນ​ຢ່າງ​ດີ ປະກອບສ່ວນ​ເຮັດ​ໃຫ້​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ຫວຽດນາມ - ລາວ ເລິກ​ເຊິ່ງກວ່າ​ອີກ. ສ່ວນ​ທ່ານ ຈັນ​ສີ ​ໂພ​ສີຄຳ ​ໄດ້​ຢືນຢັນ​ວ່າ ​ຄະນະ​ຈັດ​ຕັ້ງ​ສູນ​ກາງພັກ​ປະຊາຊົນ​ປະຕິວັດ​ລາວ ຈະ​ສົມທົບ​ກັບ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽ​ດນາມ ຢ່າງ​ແໜ້ນ​ແຟ້ນ ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ສອງ​ຄະນະ, ປະກອບ​ສ່ວນ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຂອງ​ແຕ່​ລະ​ພັກ​ຢ່າງ​ມີ​ໄຊ.

        ​​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນ​ຂັ້ນ​ສູງຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ​ໂດຍ​ທ່ານ To Huy Rua ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ນຳ​ໜ້າ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຄະນະ​ຈັດ​ຕັ້ງ​ສູນ​ກາງພັກ​ປະຊາຊົນ​ປະຕິວັດ​ລາວ. ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນ​ຊາບ​ກ່ຽວ​ກັບ​ສະພາບ​ການ​ຂອງ​ແຕ່​ລະ​ພັກ,​​ແຕ່ລະ​ປະ​ເທດ​ໃນ​ໄລຍະ​ມໍ່ໆ​ມາ​ນີ້; ​ແລກປ່ຽນ​ບັນດາ​ເນື້ອ​ໃນ​ທີ່​ກ່ຽວຂ້ອງ​ເຖິງ​ວຽກ​ງານ​ກໍ່ສ້າງ​ພັກ, ວຽກ​ງານ​ຈັດ​ຕັ້ງ​ພະນັກງານ ​ແລະ ຜັນ​ຂະຫຍາຍ​ໂຄງການ​ຮ່ວມ​ມື​ລະຫວ່າງ​ສອງ​ຄະນະ​ຈັດ​ຕັ້ງ​ໄລຍະ 2011 – 2015.

ຂ່າວ/ບົດ​ອື່ນ