(ພາບປະກອບ)
(vovworld) – ອາເມລິກາ ໄດ້ອາທິບາຍຈະແຈ້ງກັບ ຈີນ ກ່ຽວກັັບຫຼັກໝັ້ນຂອງ ວໍຊິງຕັນ ໃນການຜັນຂະຫຍາຍລະບົບປ້ອງກັນລູກສອນໄຟຊັ້ນສູງໄລຍະສຸດທ້າຍ (THAAD) ຢູ່ ສ.ເກົາຫຼີ. ນີ້ແມ່ນເນື້ອໃນສ່ວນໜຶ່ງຂອງການເຈລະຈາໃນວັນທີ 07/04 ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດ ຈີນ ສືຈິ້ນຜິງ ຢູ່ເຂດພັກຜ່ອນບຳລຸງສຸຂະພາບ Mar-a-Lago ທີ່ນະຄອນ Florida (ອາເມລິກາ). ທ່ານປະທານາທິບໍດີ Trump ແລະ ການນຳ ຈີນ ກໍ່ໄດ້ປຶກສາຫາລືລາຍລະອຽດກ່ຽວກັບລະດັບຮ້າຍແຮງຂອງບັນຫານິວເຄຼຍ ສປປ.ເກົາຫຼີ ແລະ ວິທີການຮັບມື. ທີ່ກ່ຽວຂ້ອງເຖິງບັນຫານີ້ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Rex Tillerson ໃຫ້ຮູ້ວ່າ: ທ່ານປະທານາທິບໍດີ Donald Trump ສະເໜີທ່ານປະທານປະເທດ ສືຈິ້ນຜິງ ມານະພະຍາຍາມກ່ວາອີກ ໃນການສະກັດກັ້ນໂຄງການນິວເຄຼຍຂອງ ສປປ.ເກົາຫຼີ.