ການບິນເຂດອາຊີຕາເວັນອອກສ່ຽງໃຕ້ ຄາດວ່າ ຈະເຕີບໂຕຢ່າງຊັກຊ້າ

ການບິນເຂດອາຊີຕາເວັນອອກສ່ຽງໃຕ້ ຄາດວ່າ ຈະເຕີບໂຕຢ່າງຊັກຊ້າ - ảnh 1
(ພາບປະກອບ)

(vovworld) – ສູນ​ການບິນ​ອາຊີ - ປາຊີ​ຟິກ (CAPA) ​ໃຫ້​ຂໍ້​ສັງ​ເກດ​ວ່າ, ການ​ເຕີບ​ໂຕ​ຂອງ​ຂະ​ແໜງ​ການບິນ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຫ້ ຈະ​ຊັກ​ຊ້າ​ລົງ​ໃນ​ປີ 2015, ​ເຖິງ​ວ່າ​ເຂດ​ນີ້​ຍັງ​ຈະ​ແມ່ນ​ຕະຫຼາດ​ຫາ​ກໍ່​ພົ້ນ​ເດັ່ນ ​ແລະ ​ເຕີບ​ໂຕ​ຢ່າງ​ໄວ​ວາ. ​ໃນ​ບົດ​ລາຍ​ງານ​ໄຈ້​ແຍກ​ການບິນ​ໃໝ່​ສຸດ​ທີ່​ມີ​ຊື່ວ່າ (ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - LCCS (ບໍລິສັດການບິນ​ລາຄາ​ຖືກ) ຍັງ​ປົກຄອງລາຍການ​ດຳ​ເນີນ​ງານ​ຍ້ອນ​ການ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່), CAPA ​ໃຫ້​ຮູ້​ວ່າ ​​ເຂດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຈະ​ແມ່ນ​ຕະຫຼາດ​ຍັງ​ມີສິ່ງ​ທ້າ​ທາຍ​​ແລະ ​ແງ່​ຫວັງ​ຫຼາຍ​ຢ່າງໃນ​ປີ 2015. ປີ 2015 ຈະ​ແມ່ນ​ປີທີ່​ເປັນ​ຂີດ​ໝາຍ​ແຫ່ງ​ການເຕີບ​ໂຕ​ຢ່າງ​ຊັກ​ຊ້າ​ທີ 2 ຢ່າງ​ລຽນຕິດ, ​ແຕ່​ວ່າ, ດ້ວຍ​ເງື່ອນ​ໄຂ​ຕະຫຼາດ​ນັບ​ມື້​ນັບ​​ໄດ້​ຮັບ​ການ​ປັບປຸງ, ລາຄາ​ເສື້ອ​ເພີງຕໍ່າກວ່າ ​ແລະ ຄວາມ​ມານະ​ພະຍາຍາມ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່ ຈະ​ປະກອບສ່ວນ​​ຫຼຸດຜ່ອນ​ຄວາມ​ເສຍ​ຫາຍ​ໄດ້​ສ່ວນ​ໃດ​ສ່ວນ​ໜຶ່ງ, ​ເພື່ອ​ສ້າງ​ກຳ​ໄລ ​ແລະ ການ​ເຕີບ​ໂຕ​ໃໝ່.

ຂ່າວ/ບົດ​ອື່ນ