ການປ້ອງກັນ, ຕ້ານ ພະຍຸ Hagupit
(ພາບ: nhandan.com.vn )
(vovworld)- ຕອນບ່າຍວັນທີ 6/12, ໂດຍພາຍໃຕ້ການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີຮ່ວາງຈຸງຫາຍ, ຄະນະຊີ້ນຳການປ້ອງກັນ, ຕ້ານພະຍຸສູນກາງ ໄດ້ຈັດການປະຊຸມປຶກສາຫາລືບັນດາມາດຕະການຮັບມືກັບ ພະຍຸ Hagupit ພວມມຸ່ງໄປເຖິງທະເລຕາເວັນອອກ. ຕາມຂໍ້ໃຫ້ສັງເກດຂອງສູນອຸຕຸນິຍົມ ອຸທົກກະສາດສູນກາງ, ພະຍຸ Hagupit ຈະເຂົ້າເຂດທະເລຕາເວັນອອກໃນຕອນຄ່ຳວັນທີ 8/12 ຮອດຕອນເຊົ້າວັນທີ 9/12. ພະຍຸ Hagupit ອາດຈະກໍ່ໃຫ້ເກີດລົມແຮງ, ຝົນຕົກໜັກ.
ກ່າວຄຳເຫັນສະຫລຸບການປະຊຸມ, ທ່ານຮອງນາຍົກລັດຖະມົນຕີຮ່ວາງຈຸງຫາຍ ຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຕ້ອງກຽມພ້ອມຮັບມືກັບ ພະຍຸ Hagupit, ປະຕິບັດເນື້ອໃນເອກະສານທາງການຂອງຄະນະຊີ້ນຳການປ້ອງກັນ, ຕ້ານພະຍຸສູນກາງຢ່າງເຂັ້ມງວດ. ຕອ້ງຕິດຕາມກວດກາການຜັນແປຂອງພະຍຸ, ກຳແໜ້ນຂໍ້ມູນຂ່າວກ່ຽວກັບບັນດາພາຫະນະພວມເຄືອ່ນໄຫວບົນທະເລເພື່ອຮຽກຮ້ອງການຫຼີກລ້ຽງພະຍຸຢ່າງປອດໄພ, ຮັບປະກັນຄວາມປອດໄພຢູ່ອ່າງເກັບນ້ຳຕ່າງໆ./.