
ກອງປະຊຸມສະໄຫມສາມັນເທື່ອທີ 9 ສະພາແຫ່ງຊາດຊຸດທີ 13
|
(vovworld)- ພາຍຫລັງກອງປະຊຸມສະໄຫມສາມັນເທື່ອທີ 9 ສະພາແຫ່ງຊາດຊຸດທີ 13 ອັດລົງ, ຫ້ອງວ່າການສະພາແຫ່ງຊາດໄດ້ຈັດການປະຊຸມຂ່າວກັບອົງການສື່ມວນຊົນພາຍໃນປະເທດ ແລະ ສາກົນ ເພື່ອປະກາດໝາກຜົນຂອງກອງປະຊຸມເທື່ອນີ້. ທີ່ການປະຊຸມຂ່າວ, ທ່ານ ຫງວຽນແຫ່ງຟຸກ ຫົວຫນ້າຫ້ອງວ່າການສະພາແຫ່ງຊາດ ຢືນຢັນວ່າ: ສະໄຫມປະຊຸມເທື່ອນີ້ ໄດ້ຮັບຮອງເອົາບັນດາຮ່າງກົດໝາຍສຳຄັນຄື: ຮ່າງກົດໝາຍວ່າດ້ວຍອົງການລັດຖະບານ(ສະບັບປັບປຸງ), ກົດໝາຍວ່າດ້ວຍອຳນາດການປົກຄອງທ້ອງຖິ່ນ, ກົດໝາຍວ່າດ້ວຍແນວໂຮມປະເທດຊາດຫວຽດນາມ (ສະບັບປັບປຸງ)… ແລະສະໄຫມປະຊຸມເທື່ອນີ້ ສືບຕໍ່ມີການປ່ຽນແປງຫລາຍຢ່າງໃນການເຄື່ອນໄຫວຊັກຖາມ, ປະກອບສ່ວນຍົກສູງປະສິດທິຜົນວຽກງານຕິດຕາມກວດກາ.
ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບໂຄງການກໍ່ສ້າງສະຫນາມບິນສາກົນ ລອງແທ່ງ, ທ່ານ ຫງວຽນແຫ້ງຟຸກ ຊີ້ແຈ້ງວ່າ ສະພາແຫ່ງຊາດ ຮັບຮູ້: ນີ້ແມ່ນໂຄງການສຳຄັນ ມີຄວາມໝາຍອັນໃຫຍ່ຫລວງຕໍ່ການພັດທະນາເສດຖະກິດສັງຄົມຂອງປະເທດຊາດ.