(VOVWORLD) - ເກືອບ 100 ຄົນຖືກເສຍຊີວິດຍ້ອນການປະທະກັນລະຫວ່າງ Tajikistan – Kyrgyzstan ໃນກາງອາທິດຜ່ານມາ.
ທະຫານ Kyrgyzstan ລາດຕາເວັນຢູ່ບ້ານ Maksa (ພາບ: AFP/TTXVN) |
ຕາມຕົວເລກອັນເດດໃນວັນທີ 18 ກັນຍາ, ເກືອບ 100 ຄົນຖືກເສຍຊີວິດຍ້ອນການປະທະກັນລະຫວ່າງ Tajikistan – Kyrgyzstan ໃນກາງອາທິດຜ່ານມາ. ນີ້ແມ່ນການປະທະກັນທີ່ຮ້າຍແຮງທີ່ສຸດໃນຫຼາຍປີຜ່ານມາລະຫວ່າງສອງປະເທດ ອາຊີ ກາງ, ເຊິ່ງເປັນສອງປະເທດບ້ານໃກ້ເຮືອນຄຽງຂຶ້ນກັບອະດີດສະຫະພາບ ໂຊຫວຽດ. ສອງຝ່າຍໄດ້ກ່າວຫາກັນນຳໃຊ້ລົດຖັງ, ປືນໃຫຍ່ ແລະ ເຮືອບິນບໍ່ມີຄົນຂັບບຸກໂຈມຕີແນໃສ່ເຂດປ້ອມ ແລະ ເຂດຕັ້ງຖິ່ນຖານຢູ່ໃກ້ໆນັ້ນ.
ວັນທີ 18 ກັນຍາ, ຝ່າຍ Kyrgyzstan ໄດ້ປະກາດວ່າ, ພົນລະເມືອງ 59 ຄົນຂອງປະເທດນີ້ໄດ້ເສຍຊີວິດຢູ່ເຂດຊາຍແດນ Batken ຢູ່ທາງທິດໃຕ້, ພ້ອມກັບຜູ້ຖືກຮັບບາດເຈັບ 144 ຄົນ ແລະ ນາຍທະຫານ 4 ຄົນຖືກຫາຍສາບສູນ. ໃນຈຳນວນຜູ້ຖືກຮັບເຄາະຮ້າຍນັ້ນກໍ່ມີສາມັນຊົນ. Kyrgyzstan ກໍ່ໃຫ້ຮູ້ວ່າ: ງານສົບລະດັບຊາດໄດ້ຈັດໃນວັນທີ 19 ກັນຍາ. ກ່ອນໜ້ານັ້ນ, ວັນທີ 18 ກັນຍາ, Tajikistan ໃຫ້ຮູ້ວ່າ ມີພົນລະເມືອງ 35 ຄົນຂອງປະເທດນີ້ຖືກເສຍຊີວິດ.