ການພົບປະສັງສັນເນື່ອງໃນໂອກາດບຸນປີໃຫມ່ປີມະແມຢູ່ອາເມລິກາ

ການພົບປະສັງສັນເນື່ອງໃນໂອກາດບຸນປີໃຫມ່ປີມະແມຢູ່ອາເມລິກາ - ảnh 1
ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມກວາງວີງ
ພາບ:internet

(vovworld)- ​ຕອນ​ເຊົ້າ​ວັນ​ທີ 6/2, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ​ອາ​ເມ​ລິ​ກາ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ຫວຽດ​ນາມ ແລະ ນັກ​ຮຽນ, ນັກ​ສຶກ​ສາ​ຫວຽດ​ນາມ ພວມ​ອາ​ໄສ, ຮ່ຳ​ຮຽນ​ຢູ່ ນະ​ຄອນ​ຫລວງ ວໍ​ຊີງ​ຕັນ ແລະ​ເຂດ​ໃກ້​ຄຽງ. ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມກວາງວີງ ໃຫ້​ຮູ້​ວ່າ: ໃນ​ປີ ຜ່ານ​ມາ ຫວຽດ​ນາມ ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ທີ່​ມີ​ຄວາມ​ໝາຍ ກ່ຽວ​ກັບ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ, ເປີດກວ້າງ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ, ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ເວ​ທີ​ສາ​ກົນ, ໃນ​ນັ້ນ GDP ບັນ​ລຸ 5,98%, ຫວຽດ​ນາມ ສືບ​ຕໍ່​ແມ່ນ​ສະ​ຖານ​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ, ນັກ​ລົງ​ທຶນ.

 

ຂ່າວ/ບົດ​ອື່ນ