ການພົບປະສົນທະນາວິທະຍາສາດ “ໂຮ່ຈິມິນກ່ຽວກັບການກໍ່ສ້າງ, ປັບປຸງພັກ“

ການພົບປະສົນທະນາວິທະຍາສາດ “ໂຮ່ຈິມິນກ່ຽວກັບການກໍ່ສ້າງ, ປັບປຸງພັກ“ - ảnh 1

(ພາບປະກອບ: bttv.org.vn)

(vovworld)- ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 123 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ປະທານ​ໂຮ່ຈິ​ມິນ, ຕອນ​ເຊົ້າວັນ​ທີ 16/5, ຢູ່​ຮ່າ​ໂນ້ຍ, ສະ​ຖາ​ບັນ​ໂຮ່ຈິ​ມິນ ​ແລະ ບັນດາ​ການ​ນຳ​ຂອງ​ພັກ ສັງກັດ​ສະ​ຖາ​ບັນ​ການ​ເມືອງ​ການ​ປົກຄອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ​ໄດ້​ຈັດການ​ພົບ​ປ​ະສົນທະນາ​ວິທະຍາສາດ “​ໂຮ່ຈິ​ມິນ​ກ່ຽວ​ກັບ​ການ​ກໍ່ສ້າງ, ປັບປຸງ​ພັກ“. ນະ​ທີ່​ນີ້, ບັນດາ​ນັກວິທະຍາສາດ​ໄດ້​ສຸມ​ໃສ່​ເຮັດ​ແຈ້ງ​ບາງ​ເນື້ອ​ໃນ​ຄື: ພັກ​ເອົາ​ລັດທິ​ມາກ-​ເລ​ນິນ ​ເປັນ​ພື້ນຖານ​ດ້ານ​ແນວ​ຄິດ, ​ແມ່ນ​ເຂັມຊີ້​ທິດ​ໃຫ້​ແກ່​ການກະທຳ, ຍາມ​ໃດ​ກໍ່ຕ້ອງ​ເອົາໃຈ​ໃສ່​​ເປັນ​ພິ​ເສດ​ຕໍ່​ການຍົກ​ສູງ​ລະດັບ​ທິດ​ສະ​ດີ​ມາກ-​ເລ​ນິນ ​ໃຫ້​ແກ່​ພະນັກງານ, ສະມາຊິກ​ພັກ; ສ້າງ​ຮາກ​ຖານ​ພັກ ​ແລະ ຖັນ​ແຖວພະນັກງານ, ສະມາຊິກ​ພັກ. ດຣ ຫງວຽນ​ທິກິມຢູງ, ສະ​ຖາ​ບັນ​ການ​ເມືອງ​ການ​ປົກຄອງ​ແຫ່ງ​ຊາດ​ໂຮ່ຈິ​ມິນ ​ໃຫ້​ຄຳ​ເຫັນ​ວ່າ:

   “ປະຕິບັດ​ວຽກ​ງານ​ຈັດຕັ້ງພັກ​ຢູ່​ຮາກ​ຖານ​ເປັນ​ຢ່າງ​ດີ ​ແມ່ນ​ປັດ​ໄຈ​ສຳຄັນ​ເພື່ອ​ໃຫ້​ພັກ​ມີ​ຄວາມໝັ້ນຄົງ​ເຂັ້​ມແຂງ. ໜ່ວຍ​ພັກ​ແມ່ນ​ບ່ອນ​ຊາບ​ຊືມ ​ແລະ ປຶກສາ​ຫາລື​ມາດ​ຕະການ​ປະຕິບັດບັນດາ​ມະຕິ​ຂອງ​ພັກ​ຢ່າງ​ເຖິງ​ຖອງ, ​ແມ່ນ​ບ່ອນ​ຕໍ່ສູ້​ກ່ຽວ​ກັບ​ທັດສະນະ ​ແລະ ຝຶກ​ຝົນ​ຫຼໍ່​ຫຼອມ​ສະມາຊິກ​ພັກ. ສະນັ້ນ, ຢາກ​ປະຕິບັດ​ແຜນການ​ຂອງ​ພັກ​ເປັນ​ຢ່າງ​ດີ, ກ່ອນ​ອື່ນ​ໝົດ, ຕ້ອງ​ເອົາ​ໃຈ​ໃສ່​ຕໍ່​ການ​ປັບປຸງ​ໜ່ວຍ​ພັກ“.

 

ຂ່າວ/ບົດ​ອື່ນ