ການພົບປະສົນທະນາເສດຖະກິດອາຊຽນ-ອີຢູ ຢູ່ ອິນໂດເນເຊຍ

ການພົບປະສົນທະນາເສດຖະກິດອາຊຽນ-ອີຢູ ຢູ່ ອິນໂດເນເຊຍ - ảnh 1

 (vovworld)-  ກ່າວ​ຄຳ​ເຫັນ​ທີ່ການພົບ​ປະ​ສົນທະນາ, ທ່ານ​ເອກ​ອັກຄະ​ລັດຖະທູດ ຝລັ່ງ, ​ເຢຍລະ​ມັນ ປະຈຳ ອິນ​ໂດ​ເນ​ເຊຍ, ອາ​ຊຽນ ​ແລະ ຕີ​ມາ​ຕາ​ເວັນ​ອອກ ພ້ອມ​ກັບ ​ເອກ​ອັກຄະ​ລັດ​ຖະທູດ ອີ​ຢູ ປະຈຳ ອາ​ຊຽນ, ອິນ​ໂດ​ເນ​ເຊຍ ​ແລະ ບຣູ​ໄນ ລ້ວນ​ແຕ່​ຢືນຢັນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ອັນ​​ໃຫຍ່​ຫລວງ​ໃນ​ທຸກ​ຂົງ​ເຂດ, ​ເປັນ​ຕົ້ນ​ແມ່ນ​ເສດຖະ​ກິດ​ລະຫວ່າງ ອາ​ຊຽນ ​ແລະ ອີ​ຢູ, ກໍ​ຄື​ການ​ແບ່ງປັນ​ບົດ​ຮຽນ​ເຊິ່ງກັນ ​ແລະ​ກັນກ່ຽວ​ກັບ​ການ​ເຊື່ອມ​ໂຍງ ​ແລະ ການ​ສ້າງ​ປະຊາ​ຄົມ​ລວມ, ​ເມື່ອ​ທັງ​ສອງ​ຝ່າຍ​ມີ​ຫລາຍ​ຈຸດ​ທີ່​ຄ້າຍຄື​ກັນ​ໃນ​ບັນດາ​ວິວັດ​ການ​ດັ່ງກ່າວ. ບັນດາ​ທູຕາ​ນຸທູດ ຝລັ່ງ, ​ເຢຍລະ​ມັນ ​ແລະ ອີ​ຢູ ກໍ​ໄດ້​ຢືນຢັນ​ຄືນ​ຄຳ​ໝັ້ນ​ສັນຍາ​ຫນູນ​ຊ່ວຍ​ຂອງ​ລັດຖະບານ ຝລັ່ງ,​​ເຢຍລະ​ມັນ ​ແລະ ອີ​ຢູ ທີ່​ສະຫງວນ​ໃຫ້​ແກ່ ອາ​ຊຽນ ກໍ​ຄື​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ, ​ໃນ​ນັ້ນ ມີ​ການ​ພັດທະນາ​ບັນດາ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ ​ແລະ ພາກ​ເອກະ​ຊົນ ພ້ອມ​ທັງ​ຖື​ວ່າ: ການ​ພົບ​ປະ​ສົນທະນາ​ຄັ້ງ​ນີ້ ກໍ​ຄື​ໃນ​ອະນາຄົດ​ຈະ​ນຳ​ມາ​ເຊິ່ງກາລະ​ໂອກາດ​ຫລາຍ​ຢ່າງ​​ໃຫ້​ແກ່​ບັນດາ​ພາກ​ລັດ ​ແລະ ​ເອກະ​ຊົນ​ຂອງ ອາ​ຊຽນ ​ແລະ ອີ​ຢູ​ ​ເພື່ອ​ແບ່ງປັນ​ບົດ​ຮຽນ​ຂອງ​ຕົນ​ໃນ​ວິວັດ​ການ​ສ້າງ, ພັດທະນາ ​ແລະ ​ເຊື່ອງ​​ໂຍງ​ເຂ້ົາກັບ​ພາກ​ພື້ນ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ​ກັນ, ຊຸກຍູ້​ບັນດາ​ການ​ພົວພັນ​ຮ່ວມ​ມື, ຄູ່​ຮ່ວມ​ມື, ລົງທຶນ, ການ​ຄ້າ ​ແລະ ຕະຫລາດ​ລະຫວ່າງ​ສອງ​ຝ່າຍ.

 

ຂ່າວ/ບົດ​ອື່ນ