ການພົວພັນກັບອາຊຽນ ແມ່ນກຳລັງໜູນໃນນະໂຍບາຍການຕ່າງປະເທດຂອງ New Delhi

ການພົວພັນກັບອາຊຽນ ແມ່ນກຳລັງໜູນໃນນະໂຍບາຍການຕ່າງປະເທດຂອງ New Delhi - ảnh 1
(ພາບປະກອບ)

(vovworld) -     ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ຢູ່​ນະຄອນຫຼວງ New Delhi, ຕອນ​ບ່າຍ​ວັນ​ທີ 14/11, ທ່ານ Janjay Singh, ລັດຖະມົນຕີ​ການ​ຕ່າງປະ​ເທດ​ອິນ​ເດຍ ​ໃຫ້​ຮູ້​ວ່າ, ອິນ​ເດຍ ຖື​ການ​ພົວພັນ​ຄູ່ຮ່ວມ​ມື​ກັບ​ອາ​ຊຽນ ​ແມ່ນ​ກຳລັງ​ໜູນ​ເພື່ອ​ເພີ່ມ​ທະວີ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະກິດ, ວັດທະນາ​ຖາວອນ, ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ​ກວ່າ​ອີກ. ຕາມ​ທ່ານ Janjay Singh ​ແລ້ວ, ວົງ​ເງິນ​ການ​ຄ້າ​ອາ​ຊຽນ - ອິນ​ເດຍ ​ໃນ​ປີ 2011 – 2012 ບັນລຸ​​ໄດ້ເກືອບ 80 ຕື້ USD, ​ລື່ນ​ກ່າຍ​ຄາດ​ໝາຍ 70 ຕື້ USD ທີ່​ໄດ້​ວາງ​ອອກ​ໃຫ້​ປີ 2012. ອິນ​ເດຍ ​ແລະ ອາ​ຊຽນ ​ໄດ້​ລົງ​ນາມ​​ໃນສັນຍາ​ການ​ຄ້າ​ເສລີ (FTA) ກ່ຽວ​ກັບ​ສິນຄ້າ​ປີ 2009 ​ແລະ ​ເລີ່​ມເຄື່ອນ​ໄຫວ​ຢ່າງ​ຄົບ​ຖ້ວນ​ເມື່ອ​ເດືອນ 8/2011. ປະຈຸ​ບັນ ສອງ​ຝ່າຍ​ພວມ​ດຳ​ເນີນ​ບັນດາ​ການ​ເຈລະຈາ​ກ່ຽວ​ກັບ FTA ​ໃນ​ຂົງ​ເຂດ​ການ​ບໍລິການ ​ແລະ ການ​ລົງທຶນ. ກ່ຽວ​ກັບ​ຂົງ​ເຂດ​ການ​ເມືອງ - ຄວາມ​ສະຫງົບ, ອິນ​ເດຍ ສະ​ໜັບ​ສະ​ໜູນ​ຂໍ້​ລິ​ເລີ່ມ​ເຊື່ອມ​ຕໍ່​ອາ​ຊຽນ. ​ເລື່ອງ​ເຊື່ອມ​ຕໍ່​ກັບ​ອາ​ຊຽນ ຕາມ 3 ທິດ; ພູມ​ສາດ, ລະບຽບ​ກົດໝາຍ ​ແລະ ລະຫວ່າງ​ບັນດາ​ປະ​ເທດ​ນຳ​ກັນ​ແມ່ນການ​ໃຫ້​ບຸລິມະສິດ​ຂອງ​ອິນ​ເດຍ.

ຂ່າວ/ບົດ​ອື່ນ