ການພົວພັນລະຫວ່າງ ຫວຽດນາມ - ຊູແອດ ຍັງມີຄວາມສາມາດ ບົ່ມຊ້ອນຫຼາຍຢ່າງ
ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຊູແອດ ເຈີນວັນຮິ໋ງ
(ພາບ: vietnamplus.vn)
(vovworld) - ການພົວພັນລະຫວ່າງຫວຽດນາມ - ຊູແອດ ຍັງມີຄວາມສາມາດບົມຊ້ອນຫຼາຍຢ່າງ, ນັ້ນແມ່ນຄຳຢັ້ງຢືນຂອງທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳຊູແອດ ເຈີນວັນຮິ໋ງ ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ Stockholm ກ່ຽວກັບການພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ - ຊູແອດ ແລະ ແງ່ຫວັງຂອງການພົວພັນດັ່ງກ່າວ. ປີ 2014, ຫວຽດນາມ ແລະ - ຊູແອດ ໄດ້ຈັດຕັ້ງຫຼາຍເຫດການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ທ່ານເອກອັກຄະລັດຖະທູດ ເຈີນວັນຮິ໋ງ ໃຫ້ຮູ້ວ່າ ການຄ້າ 2 ສົ້ນໄດ້ເພີ່ມຂຶ້ນຢ່າງວ່ອງໄວ ບັນລຸປະມານ 28%/ປີ ໃນ 3 ປີມໍ່ໆມານີ້. ປີ 2013, ວົງເງິນການຄ້າ 2 ສົ້ນບັນລຸ 1,1 ຕື້ USD. ກ່ຽວກັບການລົງທຶນ, ປະຈຸບັນຊູແອດ ຢືນອັນດັບທີ 54/100 ປະເທດ ແລະ ເຂດແຄ້ວນທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າຫວຽດນາມ.
ທ່ານເອກອັກຄະລັດຖະທູດ ເຈີນວັນຮິ໋ງ ຖືວ່າ, 2 ຝ່າຍຄວນສືບຕໍ່ຍູ້ແຮງບັນດາຂົງເຂດລົງທຶນທີ່ມີທ່າແຮງຄື ສາທາລະນະສຸກ, ການສຶກສາ, ວິທະຍາສາດ - ເຕັກໂນໂລຊີ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພິເສດແມ່ນການລົງທຶນ ແລະ ການຄ້າ.