ການຢ້ຽມຢາມລາວຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ
(vovworld) - ວັນທີ 24/11, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ, ແຕ່ວັນທີ 24 – 26/11/2016 ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ສປປ ລາວ ບຸນຍັງ ວໍລະຈິດ. ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານໃນຖານະຕຳແໜ່ງເປັນ ເລຂາທິການໃຫຍ່ ອາຍຸການກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກອມມູນິດ ຫວຽດນາມ, ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ພັກ ແລະ ລັດ ຫວຽດນາມ ຖືສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ ເປັນສຳຄັນທີ່ສຸດ. ເນື່ອງໃນໂອກາດນີ້, ລາຍການກະຈາຍສຽງພາກພາສາ ລາວ ວິທະຍຸກະຈາຍສຽງ ຫວຽດນາມ ຂໍຈັດລາຍການພິເສດ. ເລີ່ມຕົ້ນເຊີນທ່ານຮັບຟັງບັນດາຂ່າວກ່ຽວກັບການເຄື່ອນໄຫວຂອງທ່ານ ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢູ່ ສປປ ລາວ. ພາຍຫຼັງພາກຂ່າວພວກເຮົາຈະພ້ອມກັນຫວນຄືນສາຍພົວພັນຮ່ວມມື ຫວຽດນາມ - ລາວ ໃນບັນດາຂົງເຂດ: ການເມືອງ, ເສດຖະກິດ, ການພົບປະແລກປ່ຽນປະຊາຊົນ - ເຊິ່ງແມ່ນບັນດາຂົງເຂດທີ່ໄດ້ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ຫວຽດນາມ - ລາວ ນັບມື້ນັບສວຍສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.