ການສົ່ງອອກສີນຄ້າຂອງຫວຽດນາມເຂົ້າMexicoເພີ່ມຂື້ນຢ່າງແຮງໃນ2 ເດືອນຕົ້ນປີ2016

ການສົ່ງອອກສີນຄ້າຂອງຫວຽດນາມເຂົ້າMexicoເພີ່ມຂື້ນຢ່າງແຮງໃນ2 ເດືອນຕົ້ນປີ2016 - ảnh 1
(ພາບ​ປະ​ກອບ)


(vovworld)- ໃນ​ວັນ​ 29/03, ຂໍ້​ມູນ​ຈາກ​ຫ້ອງ​ການ​ການ​ຄ້າ ສະ​ຖານ​ທູດ ຫວຽດ​ນ​າມ ປະ​ຈຳ Mexico, ໃຫ້​ຮູ້​ວ່າ: ຄິ​ດໄລ່ເຖິງ​ເດືອນ 2 ປີ 2016, ວົງ​ເງິນ​ການ​ສົ່ງ​ອອກ​ ​ຂອງ​ຫວຽດ​ນາມ​ ໄປ​​ຍັງພື້ນ​ຖານ​ເສດ​ຖະ​ກິດ ​ເປັນ​ອັນ​ດັບ 2 ​ຂອງ  ອາ​ເມ​ລິ​ກາ ລາ​ຕິນ ບັນ​ລຸ​ເກືອບ 260 USD, ເພີ່ມ​ຂ໋ື້ນ​ເກືອບ 42% ​ເມື່ອທຽບ​ໃສ່ ປີ​ຜ່ານ​ມາ. ທ່ານ ຮ່​ວາງ​ຕ໋ວນ​ຫວຽດ​ ທີ່​ປຶກ​ສາທູດ​ການ​ຄ້າ ​ໃຫ້​ຂໍ້​ສັງ​ເກດ​ວ່າ ໃນ ​2 ເດືອນ​ຕົ້ນ​ ປີ 2016, ​ການສົ່ງ​ອອກ​ ​ ຂອງ​ຫວຽດນາມເຕີບ​ໂຕ​ ເປັນ​ຕົ້ນ​ແມ່ນ​ການ​ເພີ່ມ​ປະ​ລິ​ມານ​​ສົ່ງ​ອອກ ຂອງ 9 ໝວດ​ສີນ​ຄ້າຫຼັກ, ປະ​ກອບ​ມີ: ໂທ​ລະ​ສັບ​ມື​ຖື ແລະ ​ເຄື່ອງ​ອາ​ໄຫຼ່, ຄອມ​ພີວ​ເຕີ, ພາ​ຫະ​ນະ​ຂົນ​ສົ່ງ, ກາ​ແຟ, ເຄື່ອງຫຼີ້ນ ແລະ ເຄື່ອງ​ມື​ກິ​ລາ, ໂຕະ​ຕັ່ງ​ໄມ້ ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ຈາກ​ໄມ້, ຜະ​ລິດ​ຕ​ະ​ພັນທາດ​ໜຽວ, ກະ​ເປົ໋າ, ກະ​ເປົ໋າ​ເງິນ, ​ຫີບ, ​ໝວກ, ຄັນ​ຮົ່ມ ແລະ ຢາງ​​ພາ​ລາ. ຄວາມ​ຮຽກ​ຮ້ອງ​ຂອງ​ທ້ອງ​ຕະຫຼາດ​ປ່ຽນ​ແປງ, ໃນ​ໄລ​ຍະ​ຜ່ານ​ມາ, ​ວົງ​ເງິນ​ການ​ຄ້າ ຂອງ 4 ໝວດສີນ​ຄ້າ ປະ​ກອບ​ມີ ເກີບ, ​ຄອມ​ພີວ​ເຕີ ແລະ ​​ເຄື່ອງອາ​ໄຫຼ່, ​ສີນ​ທະ​ເລ, ພາ​ຫະ​ນະ​ຂົນ​ສົ່ງ, ​ທ່າ​ອ່ຽງຫຼຸດ​ລົງ ​ເມື່ອທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2015; ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ຫານີ້ບໍ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ວົງ​ເງິນ​​ສົ່ງ​ອອກ​ ​ຂອງ​ຫວຽດ​ນາມ ຢູ່ Mexico.

ຂ່າວ/ບົດ​ອື່ນ