ການສະຫຼຸບວຽກງານປ້ອງກັນຕ້ານສໍ້ລາດບັງຫຼວງ 6 ເດືອນຕົ້ນປີ

ການສະຫຼຸບວຽກງານປ້ອງກັນຕ້ານສໍ້ລາດບັງຫຼວງ 6 ເດືອນຕົ້ນປີ - ảnh 1
ການສະຫຼຸບວຽກງານປ້ອງກັນຕ້ານສໍ້ລາດບັງຫຼວງ 6 ເດືອນຕົ້ນປີ
(ພາບ: VGP/Lê Sơn)

(vovworld) – ​ຕອນ​ເຊົ້າ​ວັນ​ທີ 17/7, ຫ້ອງ​ວ່າການ​ຄະນະ​ຊີ້ນ​ຳສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ ​ໄດ້​ຈັດ​ກອງ​ປະຊຸມ​ສະຫຼຸບ 6 ​ເດືອນ ​ແລະ ​ເປັນ​ເອກະ​ພາບ​ບັນດາ​ເນື້ອ​ໃນ, ມາດ​ຕະການ​ເປັນ​ເສນາ​ທິການ​ໃຫ້​ແກ່​ຄະນະ​ຊີ້​ນຳ ​ເພື່ອ​ແນ​ໃສ່​ຍົກ​ສູງ​ປະສິດ​ທິ​ຜົນວຽກ​ງານ​ປ້ອງ​ກັນ ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ​ໃນ​ໄລຍະ​ຕໍ່​ໄປ​ກ່ວາ​ອີກ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ຕີ​ລາຄາ​ວ່າ: ຫ້ອງ​ວ່າການ​ໄດ້​ປະຕິບັດ​ບັນດາວຽກ​ງານ​ວິຊາ​ການ, ປະຕິບັດ​ໜ້າ​ທີ່​ເປັນ​ເສນາ​ທິການ​ໃຫ້​ແກ່​ຄະນະ​ຊີ້ນ​ຳ ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ເປັນ​ຢ່າງ​ດີ. ທ່ານ​ຮອງ​ນາຍົກ​ລັດຖະມົນຕີ Nguyen Xuan Phuc ຮຽກຮ້ອງ​ໃຫ້​ຫ້ອງ​ວ່າການ​ຄວນ​ຍົກ​ສູງ​ຄຸນ​ນະພາ​ບ, ປະສິດທິ​ຜົນ ວຽກ​ງານ​ຕິດຕາມ​ກວດກາ, ກຳ​ແໜ້ນ​ສະພາບ​ການ​ເພື່ອ​ເປັນ​​ພື້ນຖານ​ໃຫ້​ແກ່ການກວດກາ, ​ເລັ່ງລັດ, ​ແນະນຳ​ບັນດາ​ກະຊວງ, ຂະ​ແໜງ​ການ​ທ້ອງ​ຖິ່ນ​ໃນ​ການ​ປ້ອງ​ກັນ ຕ້ານ​ສໍ້​ລາດ​ບັງ​ຫຼວງ, ຕັ້ງໜ້າ​ຍົກ​ສູງ​ລະດັບຄວາມ​ຮູ້, ກຳລັງ​ຄວາມ​ສາມາດຂອງ​ພະນັກງານ, ລັດຖະກອນ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການຂອງ​ວຽກ​ງານ.

ຂ່າວ/ບົດ​ອື່ນ