ການເຄື່ອນໄຫວຕ້ອນຮັບລະດູບານໃຫມ່ປີມະແມຂອງຊາວຫວຽດນາມອາໄສຢູ່ອິດສະຣາແອນ,ອົດສະຕາລີແລະອາຟຼິກາໃຕ້.

ການເຄື່ອນໄຫວຕ້ອນຮັບລະດູບານໃຫມ່ປີມະແມຂອງຊາວຫວຽດນາມອາໄສຢູ່ອິດສະຣາແອນ,ອົດສະຕາລີແລະອາຟຼິກາໃຕ້. - ảnh 1
ທ່ານ​ຮ​ວ່າງ​ມີງ​ເຊີນ, ຫົວ​ຫ​ນ້າ​ສະ​ຖານ​ກົງ​ສູນ​ໃຫ​ຍ່​
ຫວຽດ​ນາມ ຢູ່ Sydney
ພາບ:vietnamplus.vn

(vovworld)-ວັນ​ທີ 15/2, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ ອິດ​ສະ​ຣາ​ແອນ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ກັບ​ວົງ​ຄະ​ນາ​ຍາດ​ໃນ​ໂອ​ກາດ​ຕ້ອນ​ຮັບ​ລະ​ດູ​ບານ​ໃຫມ່​ປີ​ມະ​ແມ ໂດຍ​ມີ​ກາ​ນ​ເຂົ້າ​ຮ່ວມ​ຂອງ​ຊາວ​ຫວຽດ​ນາມ, ນັກ​ສຶກ​ສາ ແລະ​ຄົນ​ງານ​ຫວຽດ​ນາມ ອາ​ໄສ​​ອິດ​ສະ​ຣາ​ແອນ ເປັນ​ຈຳ​ນວນ​ຫລວງ​ຫລາຍ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ຕ້າ​ຢູຍ​ຈີງ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອິດ​ສະ​ຣາ​ແອນ ໄດ້​ທົບ​ທວນ​ຄືນ​ບັນ​ດາ​ຜົນ​ງານ​ຊື່ງ​ຫວຽດ​ນາມ ບັນ​ລຸ​ໄດ້​ໃນ​ປີ​ຜ່ານ​ມາ ກໍ​ຄື​ໝາກ​ຜົນ​ພົ້ນ​ເດັ່ນ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ອິດ​ສະ​ຣາ​ແອນ. ໃນ​ວັນ​ດຽວ​ກັນ, ຢູ່ ອົດ​ສະ​ຕາ​ລີ, ສະ​ຖານ​ກົງ​ສູນ​ໃຫຍ່ ຫວຽດ​ນາມ ຢູ່ Sydney ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ເນື່ອງ​ໃນ​ໂອ​ກາດ​ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ​ປີ​ມະ​ແມ 2015. ເຂົ້າ​ຮ່ວມ​ມີ​ທ່ານ ເລືອງ​ແທງ​ງີ້, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ຢູ່ ອົດ​ສະ​ຕາ​ລີ​ພ້ອມ​ກັບພະ​ນັງ​ການ​ບັນ​ດາ​ອົງ​ການ​ຜູ້​ຕາງ​ຫນ້າ​ຫວຽດ​ນາມ ຢູ່ Sydney ແລະ ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອົດ​ສະ​ຕາ​ລີ, ເພື່ອນ​ມິດ​ສາ​ກົນ, ນັກ​ຮຽນ, ນັກ​ສຶກ​ສາ​ຫວຽດ​ນາມ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.  ຕອນ​ຄ່ຳ​ວັນ​ດຽວ​ກັນ, ສະ​ຖາ​ນ​ທູດ ຫວຽດ​ນາມ ຢູ່ ອາ​ຟຼິ​ກາ​ໃຕ້ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສັງ​ສັນ​ຕ້ອນ​ຮັບ​ລະ​ດູ​ບານ​ໃຫມ່​ປີ​ມະ​ແມ 2015 ເຊັ່ນ​ດຽວ​ກັນ.

 

ຂ່າວ/ບົດ​ອື່ນ