ການເຄື່ອນໄຫວສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກຳປູເຈຍ

ການເຄື່ອນໄຫວສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກຳປູເຈຍ - ảnh 1
ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ກ່າວຄຳເຫັນນະພິທີ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ຕອນ​ຄຳ​ວັນ​ທີ 21/6, ຢູ່​ຮ່າ​ໂນ້ຍ, ​ໄດ້​ດຳ​ເນີນ​ພິທີ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ກຳປູ​ເຈຍ (24/6/1967 – 24/6/2012). ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc, ຫົວໜ້າ​ຄະນະ​ຊີ້​ນຳ​ການສະ​ເຫຼີມສະຫຼອງ 45 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ກຳປູ​ເຈຍ ​ເນັ້ນ​ໜັກ​ວ່າ: ຫວຽດນາມ, ກຳ​ປູ​ເຈຍ ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ສະໜິດສະໜົມ​, ມີ​ການ​ພົວພັນ​ສາມັກຄີ​ທີ່​ເປັນ​ມູ​ນ​ເຊື້ອ​ອັນ​ຍາວ​ນານ. ຜ່ານ​ໄລຍະ 45 ປີ, ສາຍ​ພົວພັນ​ອັນ​ດີງາມ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍາວ​ນານ​ລະຫວ່າງ 2 ປະ​ເທດ ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ຮ່ວມ​ມື​ເສດຖະກິດ - ການ​ຄ້າ, ການ​ລົງທຶນ ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດອັນ​ແທດ​ຈິງ​ໃຫ້​ແກ່​ປະຊາຊົນ 2 ປະ​ເທດ. ທ່ານ Hul Phany, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ລາຊະ​ອານາຈັກ ກຳປູ​ເຈ​ຍ ສະ​ແດງ​ວ່າ: ປະ​ເທດ​ກຳປູ​ເຈຍ ຍາມ​ໃດ​ກໍ​ຈົດ​ຈຳ​ແລະ ຮູ້​ບູນຄຸນ​ຢ່າງ​ເລິກ​ເຊິ່ງຕໍ່ບັນດາ​ການ​ສະໜັບສະໜູນ ​ແລະ ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່​ຫຼວງ ຂອງ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ​ໃນ​ພາລະກິດ​ປົດ​ປ່ອຍ​ປະ​ເທດ ກຳປູ​ເຈ​ຍ ຫຼຸດ​ຜົ້ນອອກ​ຈາກ​ລະບອບ​ດັບ​ສູນ​ເຊື້ອ​ຊາດ Pol Pot ​ເມື່ອ​ປີ 1979, ສິ່ງ​ດັ່ງກ່າວ​ໄດ້​ຈົດຈ​ຳ​ໃນ​ປຶ້ມ​ປະຫວັດສາດ​ຂອງ​ທັງ 2 ຊາດ. ທ່ານ​ເອກ​ອັກຄະ​ລັດຖະທູດ Hul Phany ຫວັງ​ວ່າ, ຄວາມ​ສາມັກຄີ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ - ກຳປູ​ເຈຍ ນັບ​ມື້​ນັບ​ພັດທະນາ ​ແລະ ໝັ້ນຄົງ ​ເພື່ອ​ມຸ້ງ​ໄປ​ເຖິງ​ການ​ສ້າງ​ສຳ​ເລັດ​ບັນດາ​ຈຸດໝາຍ​ລວມ​ໃນ​ການ​ເຊື່ອ​ມ​ໂຍງ ອາ​ຊຽນ ປີ 2015 ຈະ​ມາ​ເຖິງ, ສ້າງປະຊາ​ຄົມ ອາ​ຊຽນ ​ເຂັມ​ແຂງ, ສາມັກຄີ ​ແລະ ​​ເປັນ​ເອກະ​ພາບ​ກັນ.

​ແລະ​ກໍ​ໃນ​ຕອນ​ຄຳ່​ວັນ​ທີ 21/6, ສະຖານທູດ​ຫວຽດນາມ ປະຈຳ ກຳປູ​ເຈຍ ກໍ​ຈັດ​ຕັ້ງ​ງານ​ລ້ຽງ​ສະ​ເຫຼີ​ມສະຫຼອງ ປີ​​ມິ​ດຕະພາບ​ຫວຽດນາມ - ກຳປູ​ເຈຍ.

​ເນື່ອງ​ໃນ​ໂອກາດ​ນີ້, ຢູ່​ແຂ​ວງ Dak Nong, ສະມາຄົມມິດຕະພາບ​ກຳປູ​ເຈຍ - ຫວຽດນາມ  ​ແຂວງ Mondukiri (ລາຊະ​ອານາ​ຈັກ ກຳປູ​ເຈຍ) ​ແລະ ສະມາຄົມ​ມິດຕະພາບຫວຽດນາມ - ກຳ​ປູ​ເຈຍ ​ແຂວງ Dak Nong ​ໄດ້​ຈັດ​ຕັ້ງ​ພິທີ​​ເຊັນ​ບົດ​ບັນທຶກ​ຊ່ວຍ​ຈຳ ກ່ຽວ​ກັບ​ຂໍ້​ກຳນົດ​ໃນ​ການ​ຮ່ວມ​ມື​ກໍ່ສ້າງ​ເສັ້ນ​ຊາຍ​ແດນ​ສັນຕິພາບ​ - ມິດຕະພາບ.

ຂ່າວ/ບົດ​ອື່ນ