(vovworld) – ວັນທີ 07/08, ບັນດາການເຈລະຈາຢູ່ກາຍໂຣ, ອີຢີບ ລະຫວ່າງຝ່າຍຕ່າງໆຂອງປາແລດສຕິນ ແລະອິດສຣາແອນ ຖືກຕົກຢູ່ໃນສະພາບບໍ່ມີທາງອອກ ເມື່ອທັງ 2 ຝ່າຍລ້ວນແຕ່ປະຕິເສດເງື່ອນໄຂຂອງກັນເພື່ອໄປເຖິງຂໍ້ຕົກລົງຢຸດຍິງໄລຍະຍາວ. ປະຕິກິລິຍາຕໍ່ຫຼັກໝັ້ນທີ່ແຂງກະດ້າງຂອງຈາກຝ່າຍອິດສຣາແອນ, ບັນດາຜູ້ຕາງໜ້າຂອງ ຮາມາດ ໄດ້ປະຕິເສດທຸກໆຂໍ້ສະເໜີຂອງອຳນາດການປົກຄອງ ແທນອາວີບ ກໍ່ຄືຜູ້ຄົນງານອີຢີ ນັບທັງຄວາມສາມາດແກ່ຍາວຄຳສັ່ງຢຸດຍິງເປັນເວລາ 72 ຊົ່ວໂມງ ເຊິ່ງໝົດຜົນສັກສິດໃນເວລາ 12 ໂມງ ທ່ຽງວັນທີ 08/08 (ຕາມເວລາຫວຽດນາມ). ຮາມາດ ພຽງຕົກລົງແກ່ຍາວໄລຍະຢຸດຍິງເມື່ອບັນດາເງື່ອນໄຂຢຸດຕິການປິດລ້ອມເຂດກາຊາ ແລະ ເປີດທ່າກຳປັ່ນໄດ້ຮັບການຮັບຮູ້ເທົ່ານັ້ນ. ຝ່າຍອິດສຣາແອນ ຖະແຫຼງພ້ອມແລ້ວທີ່ຈະແກ່ຍາວຄຳສັ່ງຢຸດຍິງ, ແຕ່ປະຕິເສດການຕອບສະໜອງບັນດາຄວາມຮຽກຮ້ອງຂອງຮາມາດ, ໃນນັ້ນມີເລື່ອງປ່ອຍຕົວນັກໂທດປາແລດສຕິນ 125 ຄົນທີ່ພວມຖືກອິດສຣາແອນ ກັກຂັງ ແລະ ເປີດທ່າກຳປັ່ນແຫ່ງໜຶ່ງຢູ່ເຂດກາຊາ.