ການເຈລະຈາບັນຫານິວເຄຼຍຂອງ ອີຣານ ຖືກປະລາໄຊ

ການເຈລະຈາບັນຫານິວເຄຼຍຂອງ ອີຣານ ຖືກປະລາໄຊ - ảnh 1
ຜູ້ຊ່ຽວຊານນິວເຄຼຍ ກັບປະທານາທິບໍດີ ອີຣານ
ພາບປະກອບ: internet


(vovworld) - ການ​ເຈລະຈາກ່ຽວ​ກັບບັນຫາ​ນິວ​ເຄຼຍຂອງ ອີຣານ ຮອບ​ທີ 6 ລະຫວ່າງ​ອົງການ​ພະລັງງານ​ປະລະມານູ​ສາກົນ (IAEA) ​ແລະ ອີຣານ ​ໄດ້​ອັດ​ລົງ​ໃນ​ວັນ​ທີ 24/8 ຢູ່ ນະຄອນ​ ວຽນ ປະ​ເທດ​ອົດ​ຕະລິດ ບໍ່​ບັນລຸ​ໝາກຜົນ​ໃດ. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ​ພາຍຫລັງ​ເຈ​ລະ​ຈາ​ມາ​ເປັນ​ເວລາ 7 ຊົ່ວ​ໂມງ, ທ່ານ Herman Nackaerts ຮອງ​ຜູ້ອຳນວຍການ​ໃຫຍ່ IAEA ຢືນຢັນ​ວ່າ: ສອງ​ຝ່າຍ​ບໍ່​ທັນ​ຮັດ​ແຄບ​ຄວາມ​ບໍ່​ລົງ​ລອຍ​ກັນ​ໃນ​ບັນຫາ​ຕົ້ນຕໍ ນັ້ນ​ແມ່ນ​ການ​ອະນຸຍາດ​ໃຫ້​ບັນດາ​ນັກ​ສັງ​ເກດ​ການ​ຂອງ IAEA ສຳ​ພັດ​ກັບ​ຖານ​ທີ່​ໝັ້ນ​ການ​ທະຫານ Parchin ຂອງ​ອີຣານ. ຊ້ຳ​ບໍ່​ໜຳ ສອງ​ຝ່າຍ​ຍັງ​ບໍ່​ທັນ​ເປັນ​ເອກະ​ພາບ​ ​ຊ່ວງເວລາ​ໃດ​ຈະ​ດຳ​ເນີນ​ການ​ໂອ້​ລົມ​ສົນທະນາ​ຮອບ​ໃຫມ່. ສ່ວນທ່ານ​ Asghar Soltanieh ​ເອກ​ອັກຄະ​ລັດຖະທູດ ອີຣານປະຈຳ IAEA ກໍ​ຍອມຮັບ​ວ່າ ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ​ສອງ​ຝ່າຍ​ຍັງ​​ເກີດ​ຂຶ້ນ ຍ້ອນ​ກ່ຽວຂ້ອງ​ເຖິງ​ບັນຫາ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ​ອີຣານ.

ຂ່າວ/ບົດ​ອື່ນ