ການເຕີບໂຕເສດຖະກິດຫວຽດນາມຟື້ນຟູຢ່າງຈະແຈ້ງໃນປີ2015

ການເຕີບໂຕເສດຖະກິດຫວຽດນາມຟື້ນຟູຢ່າງຈະແຈ້ງໃນປີ2015 - ảnh 1
ພາບ​ປະ​ກອບ

(vovworld) – ໃນ​ບົດ​ລາຍ​ງານ​ແງ່​ຫວັງ​ເສດ​ຖະ​ກິດ ຫວຽດ​ນາມ ປີ 2015, ຄະ​ນະ​ກຳ​ມະ​ການ​ຕິດ​ຕາມກວດ​ກາ​ການ​ເງິນ​ແຫ່ງ​ຊາດ​ຄາ​ດ​ຄະ​ເນ​ວ່າ ລະ​ດັບ​ເຕີບ​ໂຕ​ໃນ​ໄຕ​ມາດ​ທີ 1 ປີ 2015 ປະ​ມານ 5,4%, ສູງ​ກ່​ວາ​ເມື່ອ​ທ​ຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປ​ີ​ກາຍ, ຈຸດ​ໝາຍ​ເຕີບ​ໂຕ​ຂອງ​ທັງ​ປີ​ແມ່ນ 6,2% ສາ​ມາດ​ເປັນ​ໄປ​ໄດ້. ເມື່ອໄຈ້​ແຍກ​ບັນ​ດາ​ປັດ​ໄຈ​ເຕີບ​ໂຕ, ຄະ​ນະ​ກຳ​ມະ​ການ​ຕິດ​ຕາມກວດ​ກາ​ການ​ເງິນ​ແຫ່ງ​ຊາດ ຖື​ວ່າ: ລະ​ດັບ​ເຕີບ​ໂຕ GDP ຮັກ​ສາ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ນັບ​ແຕ່​ໄຕ​ມາດ​ທີ 2/ 2014, ຄາດ​ວ່າ​ຈະ​ສືບຕໍ່​ຮັກ​ສາ​ລະ​ດັບ​ນີ້​ໃນ​ໄຕ​ມາດ​ຕໍ່​ໄປ, ຄາດ​ວ່າ, ໄພ​ເງິ​ນ​ເຟີ້​ປີ 2015 ຈະ​ສືບ​ຕໍ່​ຢູ່​ໃນ​ລະ​ດັບ​ຕ່ຳ​ ຍ້ອນ​ຄວາມ​ດັ່ນ​ລາ​ຄາ​ນ້ຳ​ມັນ ແລະ ລາ​ຄາ​ສິນ​ຄ້າ​ໃນ​ໂລກ​ຫລຸດ​ລົງ. ຮອງ​ສາດ​ສະ​ດາ​ຈານ, ດ​ຣ ເຈີ່ນ​ດິ່ງ​ທຽນ, ​ຫົວ​ໜ້າສະ​ຖານ​ບັນ​ເສດ​ຖະ​ກິດ ຫວຽດ​ນາມ, ຖື​ວ່າ:

        “ພວກ​ເຮົາ​ຕ້ອງ​ຮັບ​ຮູ້​ບັນ​ດາ​ບັນ​ຫາ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຢ່າງ​ຈະ​ແຈ້ງ. ຕ້ອງ​ຕີ​ລາ​ຄາ​ບັນ​ດາ​ຄວາມ​ຫຍຸ້ງຍ​າກ ແລະ ຄຸ້ມ​ຄອງ​ຄວາມ​ສ່ຽງ​ຢ່າງ​ຈະ​ແຈ້ງ ແລະ ຈາກນັ້ນ​ຍົກ​ອອກ​ມາ​ມາ​ດ​ຕະ​ການ​ຢ່າງ​ແຮງ. ເວ​ລາ​ຈະ​ມາ​ເຖິງ ພວກ​ເຮົາ​ຈະ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ເຊື່ອມ​ໂຍງ​ຢ່າງ​ແຮງ​ທີ່​ສຸດ. ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ເຊື່ອມ​ໂຍງ​ໄວ​ຄື​ແນວນັ້ນ, ໃນ​ເງື່ອນ​ໄຂ​ເສດ​ຖະ​ກິດ​ຍັງ​ຫຍຸ້ງ​ຍາກ, ກຳ​ລັງ​ຄວາມ​ສາ​ມາດ​ໃນ​ພາກ​ພື້ນ ແລະ ພາຍ​ໃນ​ປະ​ເທດ​ຫຍັງ​ອ​່ອນ​ຢູ່​ຕ້ອງ​ມີ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ຢ່າງ​ແຮງ ແລະ ເດັດ​ຂາດ​ຈຶ່ງ​ປະ​ຕິ​ບັດ​ໄດ້.”


ຂ່າວ/ບົດ​ອື່ນ