ກຳປູເຈຍ-ໄທເຊື່ອມຕໍ່ທາງລົດໄຟ

ກຳປູເຈຍ-ໄທເຊື່ອມຕໍ່ທາງລົດໄຟ - ảnh 1
(ພາບ​ປະ​ກອບ: Cambodia Daily)

(vovworld) - ວັນ​ທີ 19/09, ກຳ​ປູ​ເຈຍ ແລະ​ ໄທ ໄດ້​ຈັດ​ພ​ິ​ທີ​ເຊື່ອມ​ຕໍ່​ເສັ້ນ​ທາງ​ລົດ​ໄຟ​ລະ​ຫວ່າງ 2 ປະ​ເທດ ຢູ່ດ່ານ​ສາ​ກົນ Poipet. ຄາດ​ວ່າ, ເສັ້ນ​ທາງ​ດັ່ງ​ກ່າວ​ຈະ​ໄດ້​ເລີ່ມ​ນຳ​ເຂົ້​າ​ໃຊ້​ການ​ໃນ​ທ້າຍ​ປີ 2016 ຫຼື ຕົ້ນ​ປີ 2017. ພາຍ​ຫຼັງ​ທີ່​ເສັ້ນ​ທາງ​ໄດ້​ຮັບ​ການ​ເຊື່ອມ​ຕໍ່ ​ແລະ ນຳ​ໃຊ້​ໃນ​ການ​ຊ່ວຍ​ໃຫ້ 2 ປະ​ເທດ​ຫຼຸດ​ຜ່ອນ​ສະ​ພາບ​ລົດ​ຕິດ, ຫຼຸດ​ຜ່ອນ​ການ​ຂ​ົນ​ສົ່ງ​​ດ້ວຍທາງ​ບົກ ແລະ ຫຼຸດ​ຜ່ອນ​ລາຍ​ຈ່າຍ​ຂົນ​ສົ່ງ​ສິນ​ຄ້າ​ລະ​ຫວ່າງ 2 ປະ​ເທດ. ເລື່ອງ​ເຊື່ອມ​ຕໍ່​ເສັ້ນ​ທາງ​ລົດ​ໄຟ​ກ​ຳ​ປູ​ເຈຍ - ໄທ ຈະ​ສ້າງ​ເງື່ອນ​ໄຂ​ໃຫ້​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ການ​ຄ້າ, ບໍ່​ພຽງ​ແຕ່​ໃຫ້ 2 ປະ​ເທດ​ເທົ່າ​ນັ້ນ, ຫາກ​ນັບ​ທັງ​ອາ​ຊຽນ​ອີ​ກ​ດ້ວຍ.

ຂ່າວ/ບົດ​ອື່ນ