ທ່ານນາງ Nguyen Thi Kim Ngan ຮອງປະທານສະພາແຫ່ງຊາດຫວຽດນາມ
ກ່າວຄຳເຫັນທີ່ວາລະປະຊຸມ
ພາບ: TTXVN
|
(vovworld) - ວັນທີ 10/10, ກຳມາທິການເສດຖະກິດສະພາແຫ່ງຊາດໄດ້ໄຂວາລະປະຊຸມຄົບຄະນະຄັ້ງທີ 5, ກວດກາບົດລາຍງານຕີລາຄາສະພາບປະຕິບັດແຜນການພັດທະນາເສດຖະກິດ ສັງຄົມ ປີ 2012, ວາງທິດທາງ, ຫນ້າທີ່ແຜນການພັດທະນາເສດຖະກິດສັງຄົມປີ 2013, ກວດກາຮ່າງກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ. ທ່ານນາງ Nguyen Thi Kim Ngan ຮອງປະທານສະພາແຫ່ງຊາດຫວຽດນາມ ໄດ້ເຂົ້າຮ່ວມວາລະປະຊຸມ. ບົດລາຍງານຕີລາຄາສະພາບການປະຕິບັດແຜນການພັດທະນາເສດຖະກິດ ສັງຄົມ ປີ 2012; ວາງທິດທາງ, ຫນ້າທີ່ເສດຖະກິດ ສັງຄົມປີ 2013. ວາລະປະຊຸມຢືນຢັນວ່າ: ສະພາບເສດຖະກິດ ສັງຄົມໄດ້ ແລະ ພວມມີການຫັນປ່ຽນຢ່າງຕັ້ງຫນ້າ, ຖືກທິດ. ໃນຊຸມເດືອນທ້າຍປີ 2012, ບັນດາມາດຕະການຄວນສຸມໃສ່ປະຕິບັດນັ້ນແມ່ນ ແກ້ໄຂຄວາມຫຍຸ້ງຍາກ, ຫນູນຊ່ວຍການຜະລິດດຳເນີນທຸລະກິດ, ເປັນເຈົ້າການບໍລິຫານຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ; ຮັບປະກັນຊີວິດສັງຄົມ, ຫລຸດຜ່ອນຄວາມທຸກຍາກແບບຍືນຍົງ. ຄາດໝາຍສັງລວມໃນປີ 2013 ໄດ້ກຳນົດວ່າ: ເພີ່ມທະວີການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້ໃຫ້ຕຳ່ກວ່າເມື່ອທຽບໃສ່ລະດັບປະຈຸບັນ, ສູ້ຊົນບັນລຸລະດັບຈະເລີນເຕີບໂຕໃຫ້ສູງກວ່າເມື່ອທຽບໃສ່ປີ 2012. ຍູ້ແຮງການປະຕິບັດ 3 ຂອດບຸກທະລຸຍຸດທະສາດຕິດພັນກັບການສ້າງໂຄງປະກອບພື້ນຖານເສດຖະກິດ, ຫັນປ່ຽນຮູບແບບການເຕີບໂຕ, ຮັບປະກັນຊີວິດສັງຄົມ ແລະ ສະຫວັດດີການສັງຄົມ. ແລະກໍໃນວາລະປະຊຸມ, ຜູ້ແທນຫລາຍທ່ານມີຄຳເຫັນເຫັນດີກັບຮ່າງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ໂດຍກຳນົດການວາງແຜນກຳນົດ, ແຜນນຳໃຊ້ທີ່ດິນລະດັບຊາດ, ຢູ່ແຂວງ ແລະ ເມືອງ.