ຂົວມິດຕະພາບປະຫວັດສາດລາວ-ມຽນມາຈະນຳມາເຊິ່ງຜົນປະໂຫຍໃຫ້ປະຊາຊົນສອງປະເທດ

ຂົວມິດຕະພາບປະຫວັດສາດລາວ-ມຽນມາຈະນຳມາເຊິ່ງຜົນປະໂຫຍໃຫ້ປະຊາຊົນສອງປະເທດ - ảnh 1
ຂົວ​ມິດ​ຕະພາບ​ແຫ່ງ​ທຳ​ອິດທີ່​ເຊື່ອມ​ຕໍ່​ລາວ - ມຽນມາ
(ພາບ: ຂປລ)


(vovworld) - ຂົວ​ມິດ​ຕະພາບ​ແຫ່ງ​ທຳ​ອິດທີ່​ເຊື່ອມ​ຕໍ່​ລາວ - ມຽນມາ ຈະ​ເປີດ​ສະ​ຫຼອງ​ໃນ​ວັນ​ທີ 9/5 . ນີ້​ແມ່ນ​ໂຄງການ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ​ສຳຄັນ, ​ແມ່ນ​ຂົວ​ເຊື່ອມ​ຕໍ່​ສຳຄັນ​ໃນ​ແລວ​ເສດຖະກິດ​ຕາ​ເວັນ​ອອກ - ຕາ​ເວັນ​ຕົກ. ຂົວ​ໄດ້​ຮັບ​ການ​ລົງມື​ກໍ່ສ້າງ​ໃນ​ວັນ​ທີ 16/3/2013 ຢູ່​ບ້ານ​ຫ້ວຍ​ກຸມ, ​ເມືອງ​ລອງ, ​ແຂວງ​ຫຼວງ​ນຳ້​ທາ, ທີ່​ເຊື່ອມ​ຕໍ່​ກັບ​ບ້ານ​ຊຽງ​ລາບ, ​ເມືອງ​ແກງ​ຕຸ​ງ (ມຽນມາ). ຍອດ​ຈຳນວນ​ທຶນ​ກໍ່ສ້າງ​ແມ່ນ​ປະມານ 26 ລ້ານ USD, ​ໂດຍ​ລັດຖະບານ​ລາວ ​ແລະ ມຽນມາ​ປະກອບ.

        ​ເມື່ອ​ນຳ​ເຂົ້າ​ເຄືອ​ນ​ໄຫວ, ຂົວ​ແຫ່ງ​ນີ້​ຈະ​ກາຍ​ເປັນ​ສັນຍາ​ລັກ​ແຫ່ງ​ສາຍ​ພົວພັນ​ຮ່ວມ​ມື ​ແລະ ຄວາມ​ສາມັກຄີ​ມິດຕະພາບ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. ຂົວ​ເຊື່ອມ​ຕໍ່​ທາງ​ຫຼວງ​ລກ 17 ຂອງ​ລາວ​ກັບ​ທາງ​ຫຼວງ​ເລກ 4 ຂອງ​ມຽນມາ, ອັນ​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ການ​ຂົນ​ສົ່ງ​ສິນຄ້າ​ຂ້າມ​ຊາຍ​ແດນ, ​ເຮັດ​ໃຫ້ການ​ຄ້າ​ໃນ​ເຂດ​ຊາຍ​ແດນ​ພັດທະນາ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ປະຊາຊົນ​ສອງ​ປະ​ເທດ ກໍ່​ຄື​ປະກອບສ່ວນ​ພັດທະນາ​ເສດຖະກິດ - ສັງຄົມ, ວັດທະນະທຳ, ການທ່ອງທ່ຽວ, ການ​ບໍລິການ​ໃຫ້​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ.

ຂ່າວ/ບົດ​ອື່ນ