ຂະແໜງແຮງງານຮັບກາລະໂອກາດ ແລະ ສິ່ງທ້າທາຍຈາກສັນຍາ CPTPP

(VOVWORLD) - ຫຼັງຈາກນັ້ນໜຶ່ງວັນ, ຕອນເຊົ້າວັນທີ 13 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຈັດຕັ້ງການໂອ້ລົມສົນທະນາກ່ຽວກັບຄຳໝັ້ນສັນຍາກ່ຽວກັບແຮງງານໃນສັນຍາ CPTPP ກັບບັນດາອົງການສື່ມວນຊົນ, ສື່ສານ.
ຂະແໜງແຮງງານຮັບກາລະໂອກາດ ແລະ ສິ່ງທ້າທາຍຈາກສັນຍາ CPTPP - ảnh 1ພາບປະກອບ

ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP) ໂດຍສະພາແຫ່ງຊາດ ຫວຽດນາມ ຊຸດທີ 14 ຮັບຮອງເອົາເມື່ອວັນທີ 12 ພະຈິກ. ຫຼັງຈາກນັ້ນໜຶ່ງວັນ, ຕອນເຊົ້າວັນທີ 13 ພະຈິກ, ຢູ່ຮ່າໂນ້ຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ໄດ້ຈັດຕັ້ງການໂອ້ລົມສົນທະນາກ່ຽວກັບຄຳໝັ້ນສັນຍາກ່ຽວກັບແຮງງານໃນສັນຍາ CPTPP ກັບບັນດາອົງການສື່ມວນຊົນ, ສື່ສານ.

        ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນໄດ້ຍົກອອກຫຼາຍເນື້ອໃນເຮັດແຈ້ງບັນດາສິ່ງທ້າທາຍກໍ່ຄືກາລະໂອກາດຈາກ CPTPP ແລະ ບັນດາສັນຍາການຄ້າເສລີອື່ນໆ. ຕາມນັ້ນແລ້ວ, ພາກ ແຮງງານຂອງ CPTPP ໄດ້ຊີ້ແຈ້ງຄຳໝັ້ນສັນຍາລວມຂອງບັນດາສະມາຊິກໃນສັນຍາ ແລະ ຄຳໝັ້ນສັນຍາສະເພາະຂອງ ຫວຽດນາມ. ສຳລັບຄຳໝັ້ນສັນຍາສະເພາະຂອງ ຫວຽດນາມ ກ່ຽວກັບແຮງງານໃນ CPTPP, ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດບັນດາພາລະໜ້າທີ່ຄົບຖ້ວນຄືຄຳໝັ້ນສັນຍາລວມນັບແຕ່ CPTPP ມີຜົນສັກສິດຕໍ່ ຫວຽດນາມ. ຫວຽດນາມ ຈະປັບປຸງກົດໝາຍວ່າດ້ວຍແຮງງານໃນປະຈຸບັນ ເພື່ອເໝາະສົມກັບວິວັດການ ຫວຽດນາມ ເຂົ້າຮ່ວມສັນຍາ CPTPP ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ