ຄົ້ນຫາອາຫານຫວຽດນາມຢູ່ຫໍພິພິຕະພັນແຫ່ງທຳອິດໃນໂລກກ່ຽວກັບອາຫານ
ແຂກຖືກເຊີນໄດ້ຮັບປະທານອາຫານບາງເຍື່ອງຂອງ ຫວຽດນາມ
(ພາບ: ຮ່ວາງຮວາ - ສຳນັກຂ່າວສານຫວຽດນາມ)
|
(vovworld) – ຄົ້ນຫາລົດຊາດອາຫານ ຫວຽດນາມ ແມ່ນລາຍການໂດຍຫໍພິພິທະພັນແຫ່ງທຳອິດກ່ຽວກັບອາຫານ ທີ່ມີຊື່ວ່າ: Alimentarium, ນະຄອນ Vevey (ຂຶ້ນກັບລັດ Vaud ທາງພາກຕາເວັນຕົກປະເທດ ສະວິດ) ແລະ ສະຖານທູດ ຫວຽດນາມ ປະຈຳ ສະວິດ ສົມທົບກັນຈັດຕັ້ງ. ນີ້ແມ່ນຄັ້ງທຳອິດທີ່ Alimentarium, ຫໍພິພິຕະພັນແຫ່ງທຳອິດໃນໂລກກ່ຽວກັບອາຫານການກິນໄດ້ຮັບການສ້າງຕັ້ງກ່ອນນີ້ກ່ວາ 30 ປີ, ເລືອກເຟັ້ນ ແລະ ແນະນຳອາຫານຂອງປະເທດໜຶ່ງ. ກ່່າວຄຳເຫັນທີ່ພິທີໄຂ, ທ່ານນາງ Laetitia Aeberl, ຜູ້ຕາງໜ້າຫໍພິພິຕະພັນ Alimentarium ໃຫ້ຮູ້ວ່າ: ເລື່ອງຫໍພິພິຕະພັນຕົກລົງຈັດຕັ້ງລາຍການອາຫານ ກັບສະຖານທູດ ຫວຽດນາມ ເປັນສິ່ງພິເສດ, ມັນສະແດງຄວາມເຄົາລົບນັບຖືການພົວພັນລະຫວ່າງ 2 ປະເທດ ແລະ ວັດທະນະທຳອາຫານການກິນທີ່ເປັນເອກະລັກສະເພາະຂອງ ຫວຽດນາມ. ເຂົ້າຮ່ວມລາຍການ, ບັນດາແຂກຖືກເຊີນກໍ່ໄດ້ຮັບປະທານອາຫານຂອງ ຫວຽດນາມ ບາງເຍື່ອງ.