(vovworld) - ຕອນເຊົ້າວັນທີ 05/03, ຢູ່ຮ່າໂນ້ຍ, ຄະນະກຳມະກາຊົນເຜົ່າ ແລະ ຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບການປະຕິບັດແຜນການສົມທົບວຽກງານປີ 2013, ຜັນຂະຫຍາຍໜ້າທີ່ປີ 2014. ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື ແລະ ເປັນເອກະພາບນຳກັນກັບບັນດາເນື້ອໃນ, ມາດຕະການປະຕິບັດແຜນການສົມທົບການເຄື່ອນໄຫວປີ 2014 ລະຫວ່າງ 2 ສຳນັກງານ. ເຊິ່ງຕາມນັ້ນແລ້ວ, ຄະນະກຳມະການຊົນເຜົ່າ ແລະ ຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອ ຈະສົມທົບກັບຜັນຂະຫຍາຍລາຍການເຄື່ອນໄຫວປະຕິບັດຍຸດທະສາດວຽກງານຊົນເຜົ່າຮອດປີ 2020; ສ້າງແຜນຮ່າງບັນດາຮູບແບບພັດທະນາເສດຖະກິດ, ສັງຄົມຢູ່ເຂດ ໄຕບັ໋ກ, ເຂດໄຕຫງວຽນ, ເຂດທາງທິດຕາເວັນຕົກສ່ຽງເໜືອຫວຽດນາມ ຢ່າງໝັ້ນຄົງ, ເຂັ້ມແຂງ. ຄະນະກຳມະກາຊົນເຜົ່າ ແລະ ຄະນະຊີ້ນຳເຂດຕາເວັນຕົກສ່ຽງເໜືອ ກວດກາ, ຕີລາຄາບັນດານະໂຍບາຍທີ່ປະຕິບັດຢູ່ເຂດຊົນເຜົ່າ ແລະ ເຂດພູດອຍ, ເປັນພື້ນຖານສ້າງນະໂຍບາຍພິເສດສະເພາະໜູນຊ່ວຍການພັດທະນາເສດຖະກິດ, ສັງຄົມເຂດຊົນເຜົ່າ ແລະ ເຂດພູດອຍໄລຍະ 2016 – 2020... ເພື່ອປະຕິບັດແຜນຮ່າງດັ່ງກ່າວ, 2 ສຳນັກງານສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານກ່ຽວກັບວຽກງານຊົນເຜົ່າ, ສາສະໜາຂອງບັນດາທ້ອງຖິ່ນ; ເປັນເສນາທິການໃຫ້ກົມການເມືອງ, ຄະນະເລຂາສູນກາງພັກ, ລັດຖະບານກ່ຽວກັບວຽກງານຊົນເຜົ່າ. ໂດຍສະເພາະແມ່ນນະໂຍບາຍຮັບປະກັນຄວາມໝັ້ນຄົງ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດໄຕຫງວຽນ ແລະ ເຂດໄຕບັ໋ກ ໃນປີ 2014.