ຄະນະກຳມາທິການການເງິນງົບປະມານຂອງສະພາແຫ່ງຊາດ
ຢ້ຽມຢາມແລະເຮັດວຽກກັບສະຖານທູດຫວຽດນາມປະຈຳນິວຊີແລນ
(ພາບອິນເຕີແນັດ)
(vovworld) - ໃນຂອບເຂດການໄປປະຕິບັດງານຢູ່ ນິວຊີແລນ, ຕອນເຊົ້າວັນທີ 28/11, ຄະນະພະນັກງານຂອງຄະນະກຳມາທິການການເງິນ - ງົບປະມານ ແລະ ຫ້ອງວ່າການສະພາແຫ່ງຊາດ ໂດຍທ່ານ ຫງວຽນດຶກຫາຍ ຫົວໜ້າຄະນະກຳມາທິການການເງິນ - ງົບປະມານ ນຳໜ້າໄປຢ້ຽມຢາມ ແລະ ເຮັດວຽກກັບສະຖານທູດ ຫວຽດນາມ ປະຈຳ ນິວຊີແລນ. ທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ ຫງວຽນຫວຽດຢຸງ ໃຫ້ຮູ້ວ່າ ບົນພື້ນຖານຄູ່ຮ່ວມມືຮອບດ້ານ ເຊິ່ງການນຳຂັ້ນສູງ 2 ປະເທດໄດ້ສ້າງຕັ້ງແຕ່ປີ 2009 ເນື່ອງໃນໂອກາດການຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ນົງດຶກແມ້ງ ການພົວພັນລະຫວ່າງ ຫວຽດນາມ ແລະ ນິວຊີແລນ ໄດ້ມີບັນດາບາດກ້າວພັດທະນາສຳຄັນ. 2 ປະເທດເຄີຍແລກປ່ຽນບັນດາຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນເປັນປະຈຳ. ການເຄື່ອນໄຫວດ້ານການຄ້າ, ການຮ່ວມມືດ້ານສຶກສາຍາມໃດກໍ່ໄດ້ຮັບຖືເປັນສຳຄັນ.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ຫງວຽນດຶກຫາຍ ແຈ້ງໃຫ້ສະຖານທູດຊາບກ່ຽວກັບການເຄື່ອນໄຫວບາງຢ່າງຂອງສະພາແຫ່ງຊາດ, ບັນດາບຸລິມະສິດໃນດ້ານນະໂຍບາຍນິຕິບັນຍັດ ກໍ່ຄືຄາດໝາຍ, ໜ້າທີ່ຂອງຄະນະໃນການໄປປະຕິບັດງານຄັ້ງນີ້.