ຄະນະຊີ້ນຳຕາເວັນຕົກພາກເໜືອຜັນຂະຫຍາຍບັນດາໜ້າທີ່6ເດືອນທ້າຍປີ

ຄະນະຊີ້ນຳຕາເວັນຕົກພາກເໜືອຜັນຂະຫຍາຍບັນດາໜ້າທີ່6ເດືອນທ້າຍປີ - ảnh 1
ກອງ​ປະ​ຊຸມ​ສະ​ຫລຸບ​ວຽກ​ງານ 6 ເດືອນ​ຕົ້ນ​ປີ, ຜັນ​ຂະ​ຫຍາຍ​ໜ້າ​ທີ່
​ຈຸດ​ສຸມ 6 ເດືອນ​ທ້າຍ​ປີ 2015
(ພາບ: Lê Thơm)

(vovworld) – ​ ໃນ 6 ເດືອນ​ຕົ້ນ​ປ​ີ 2015, ເຂດ​ຕາ​ເວັນ​ຕົກ​ພາກ​ເໜືອ​ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນຫຼາຍ​ຢ່າງ​ໃນ​ທຸກ​ຂົງ​ເຂດ. ເສດ​ຖະ​ກິດ​ພັດ​ທະ​ນາ​ພໍ​ສົ​ມ​ຄວນ, ລະ​ດັບ​ເຕີບ​ໂຕ GDP ໃນ​ບໍ​ລິ​ເວ​ນ​ຄາດ​ວ່າ​ບັນ​ລຸ 7,75%. ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງ​ທຶນ​ເຂົ້າ​ເຂດ​ຕາ​ເວັນ​ຕົກ​ພາກ​ເໜືອ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ສ້າງ​ກຳ​ລັງ​ໜ​ູນ​ພັດ​ທະ​ນາ​ໃຫ້​ແຕ່​ລະ​ທ້ອງ​ຖິ່ນ. ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ສັງ​ຄົມ​ໄດ້​ຮັບ​ການ​ຈັດ​ຕັ້ງ, ວຽກ​ງານ​ການ​ສຶກ​ສາ, ​ການສົ່ງ​ເສີມ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່. ສະ​ພາບ​ຊົນ​ເຜົ່າ, ສາ​ສະ​ໜາ, ຄວາມ​ໝັ້ນ​ຄົງ​ດ້ານກາ​ນ​ເມືອງ ແລະ ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ​ໄດ້​ຮັບ​ປະ​ກັນ, ອະ​ທິ​ປະ​ໄຕ​ເຂດ​ຊາຍ​ແດນ​ແຫ່ງ​ຊາດ​ໄດ້​ຮັບ​ການ​ຮັກ​ສາ​ໄວ້​ຢ່າງ​ໝັ້​ນ​ຄົງ. ນີ້​ແມ່ນ​ໝາກ​ຜົນ​ໂດຍ​ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ເໜືອ ປ​ະ​ກາດ​ທີ່ກອງ​ປະ​ຊຸມ​ສະ​ຫລຸບ​ວຽກ​ງານ 6 ເດືອນ​ຕົ້ນ​ປີ ແລະ ຜັນ​ຂະ​ຫຍາ​ຍ​ໜ້າ​ທີ່ 6 ເດືອນ​ທ້າຍ​ປີ 2015, ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 9/7, ຢູ່​ຮ່າ​ໂນ້ຍ. ເຂົ້າ​ຮ່ວມ ແລະ ເປັນ​ປະ​ທານກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ເໜືອ, ຊີ້​ແຈ້ງວ່າ:

        “ສະ​ເໜີ​ໃຫ້​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຍື່ນ​ສະ​ເໜີ​ລັດ​ຖະ​ບານ​ນະ​ໂຍ​ບາຍ​ພິ​ເສດລະ​ອຽດ​ກ່​ວາ ເພື່ອ​ແກ້​ໄຂ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ເຂດ​ໄຟ​ຟ້າ​ນ້ຳ​ຕົກ. ຈາກນັ້ນ​ແມ່ນ​ບັນ​ຫາ​ຄວາມ​ປອດ​ໄພ​ຂອງ​ເຂື່ອນ​ໄຟ​ຟ້າ. ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ກະ​ຊວງ​ປະ​ກາດ​ໃຊ້​ບັນ​ດາ​ນະ​ໂຍ​ບາຍ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫານີ້.”


ຂ່າວ/ບົດ​ອື່ນ