(vovworld) - ຕອນເຊົ້າວັນທີ 7/10, ທີ່ສຳນັກງານສູນກາງພັກ, ຄະນະຊີ້ນຳວຽກງານປະຕິຮູບດ້ານຕຸລາການສູນກາງ ໄດ້ຈັດຕັ້ງກອງປະຊຸມພິຈາລະນາມາດຕະການຜັນຂະຫຍາຍການປະຕິບັດແຜນການ 38 ກ່ຽວກັບການຍູ້ແຮງວຽກງານສື່ສານ, ໂຄສະນາກ່ຽວກັບແຜນນະໂຍບາຍ, ໜ້າທີ່ປະຕິຮູບດ້ານຕຸລາການ ແລະ ການເຄື່ອນໄຫວຕຸລາການ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ເລທິທູບາ, ຫົວໜ້າຄະນະປະຈຳຄະນະຊີ້ນຳປະຕິຮູບຕຸລາການສູນກາງ, ເນັ້ນໜັກວ່າ: ເພື່ອປະຕິບັດສຳເລັດ, ພິເສດແມ່ນບັນລຸໄດ້ຈຸດໝາຍສ້າງພື້ນຖານຕຸລາການໃຫ້ປອດໄສ, ໝັ້ນຄົງ, ເຂັ້ມແຂງ, ປາຊາທິປະໄຕ, ເຄັ່ງຄັດ, ຮັກສາຄວາມຍຸຕິທຳ, ປົກປ້ອງສິດທິມະນຸດ, ບັນດາອົງການສື່ມວນຊົນຄວນຍູ້ແຮງວຽກງານສື່ສານ, ໂຄສະນາເຜີຍແຜ່ກ່ຽວກັບຍຸດທະສາດປະຕິຮູບດ້ານຕຸລາການ, ຂໍ້ສະຫລຸບເລກທີ 92 ສືບຕໍ່ປະຕິບັດ ກ່ຽວກັບຍຸດທະສາດປະຕິຮູບຕຸດ້ານລາການຮອດປີ 2020 ເພື່ອຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນ, ພະນັກງານ, ສະມາຊິກພັກກ່ຽວກັບການປະຕິຮູບຕຸລາການ.