ທ່ານ ຫງວຽນກິມຄວາ, ຫົວໜ້າກຳມາທິການປ້ອງກັນຊາດ -
ປ້ອງກັນຄວາມສະຫງົບຂອງ ສະພາແຫ່ງຊາດ ກ່າວຄຳເຫັນທີ່ວາລະປະຊຸມ
(ພາບ: Dương Giang/TTXVN)
(vovworld) - ຕອນເຊົ້າວັນທີ 24/4, ໂດຍສືບຕໍ່ວາລະປະຊຸມຄັ້ງທີ 27, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍສຳມະໂນຄົວ. ໃບສະເໜີຮ່າງກົດໝາຍວ່າດ້ວຍສຳມະໂນຄົວ ໄດ້ຮັບການຮຽບຮຽງເພື່ອແນໃສ່ສ້າງພື້ນຖານດ້ານນິຕິກຳເປັນປົກກະຕິ, ຍາວນານ, ເປັນເອກະສັນທາງດ້ານວຽກງານຈົດທະບຽນ, ຄຸ້ມຄອງສຳມະໂນຄົວຕາມທິດຫັນເປັນອາຊີບ, ທັນສະໄໝ, ຮັບປະກັນຄວາມສະດວກໃຫ້ແກ່ວຽກງານປະຕິບັດສິດຈົດທະບຽນ ສຳມະໂນຄົວຂອງປະຊາຊົນຕາມຂໍ້ກຳນົດຂອງປະມວນກົດໝາຍແພ່ງ.
ຮ່າງກົດໝາຍວ່າດ້ວຍສຳມະໂນຄົວກຳນົດບັນດາບັນຫາກ່ຽວກັບສິດອຳນາດ, ລ້ຳດັບ, ລະບຽບການຈົດທະບຽນບັນດາວຽກງານກ່ຽວກັບສຳມະໂນຄົວຂອງປະຊາຊົນເປັນຕົ້ນ.
ຄຳເຫັນສ່ວນຫຼາຍໄດ້ຕີລາຄາເນື້ອໃນຮ່າງກົດໝາຍຫັນຂໍ້ກຳນົດໃໝ່ຂອງລັດຖະທຳມະນູນກ່ຽວກັບສິດຂອງພົນລະເມືອງ, ສິດທິມະນຸດເປັນລະບອບບັນຍັດໂດຍພື້ນຖານ, ຮັບປະກັນລັກສະນະເອກະພາບ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາທີ່ກອງປະຊຸມສະໄໝສາມັນເທື່ອທີ 7 ຈະມາເຖິງ.
ແລະກໍ່ໃນຕອນບ່າຍວັນທີ 24/4, ກ່ອນທີ່ອັດວາລະປະຊຸມຄັ້ງທີ 27, ບັນດາ ສສຊ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍບັດປະຈຳຕົວ. ນີ້ແມ່ນຮ່າງກົດໝາຍເພື່ອແນໃສ່ຫັນລະບຽບການບໍລິຫານເປັນງ່າຍດາຍ, ປະຕິບັດແຜນຮ່າງຂອງລັດຖະບານເອເລັກໂຕນິກເທື່ອລະກ້າວ.