ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກຢູ່ ອັກຊັງຕີນ

(VOVWORLD) - ແຕ່ວັນທີ 29 ຕຸລາ - ວັນທີ 01 ພະຈິກ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ໂດຍທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງພັກ, ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ ອັກຊັງຕີນ. 

ໃນການຢ້ຽມຢາມ, ທ່ານ ຫວໍວັນເຖືອງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານຮອງປະທານາທິບໍດີ ອັກຊັງຕີນ ທັງເປັນປະທານສະພາສູງ Gabriela Michetti; ທ່ານ Patricia Gimenez ຮອງປະທານສະພາຕ່ຳ ແລະ ທ່ານ Herman Lombardi ລັດຖະມົນຕີກະຊວງສື່ສານ. ທີ່ບັນດາການພົບປະ ແລະ ເຮັດວຽກ, ທ່ານ ຫວໍວັນເຖືອງ ເນັ້ນໜັກວ່າ: ໃນຫລາຍປີຜ່ານມາ, ຫວຽດນາມ ຍາມໃດກໍ່ຮັກສາລະດັບຄວາມໄວຂອງການພັດທະນາເສດຖະກິດເປັນປົກກະຕິ ດ້ວຍ 7% / ປີ ແລະ ຄາດຄະເນວ່າ ໃນປີນີ້ ຕົວເລກນີ້ ຈະຢູ່ໃນລະດັບ 6,7%. ບັນດາຜົນງານນີ້ ໄດ້ປະກອບສ່ວນເຂົ້າໃນວຽກງານລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກຢູ່ ຫວຽດນາມ ຫລາຍພໍສົມຄວນ, ດ້ວຍອັດຕາຫລຸດຜ່ອນຈາກແຕ່ 58% ໃນປີ 1993 ລົງເຫຼືອພຽງຕ່ຳກ່ວາ 5% ໃນປີ 2016.

ຕອບກັບ

ຂ່າວ/ບົດ​ອື່ນ