ຄະນະຜູ້ແທນ ການທະຫານຂັ້ນສູງ ຫວຽດນາມຢ້ຽມຢາມ ເຢຍລະມັນ
ທ່ານພົນໂທ ຫງວຽນຈິ້ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຈລະຈາກັບລັດຖະມົນຕີຮັບຜິດຊອບວຽກງານປ້ອງກັນປະເທດເຢຍລະມັນ ທ່ານ Ruediger Wolf (ພາບ:internet)
|
Vovworld- ແຕ່ວັນທີ 19-21/3, ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມໂດຍທ່ານພົນໂທ ຫງວຽນຈິ້ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມນຳໜ້າ ໄດ້ທຳການ ຢ້ຽມຢາມ ສ.ສະຫະພັນເຢຍລະມັນ ຢ່າງເປັນທາງການ. ວັນທີ 21/3, ທ່ານພົນໂທ ຫງວຽນຈິ້ວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການເຈລະຈາກັບລັດຖະມົນຕີຮັບຜິດຊອບວຽກງານປ້ອງກັນປະເທດເຢຍລະມັນ ທ່ານ Ruediger Wolf, ເຂົ້າຢ້ຽມຄຳນັບ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດເຢຍລະມັນ ທ່ານ Thomas de Maiziere. ທີ່ບັນດາການເຈລະຈາ ແລະ ພົບປະຄັ້ງຕ່າງໆ , 2 ຝ່າຍໄດ້ສະແດງຄວາມຫວັງຢາກເພີ່ມທະວີການຮ່ວມມືໃຫ້ສອດຄ່ອງກັບການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ, ເປັນຕົ້ນແມ່ນການຮັກສາ ແລະ ເສີມຂະຫຍາຍກົນໄກສົນທະນາດ້ານປ້ອງກັນຊາດປະຈຳປີຂັ້ນຮອງລັດຖະມົນຕີ, ແລກປ່ຽນຄວາມສາມາດເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ, ແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ສະໜັບສະໜູນຊຶ່ງກັນ ແລະ ກັນຢູ່ບັນດາເວທີ່ປາໄສ, ກົນໄກຫຼາຍຝ່າຍກ່ຽວກັບການປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ໃນວິວັດການຫວຽດນາມກະກຽມເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສ.ປ.ຊ. 2 ຝ່າຍໄດ້ເປັນເອກະພາບກັນຈະລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍໃນໄລຍະທີ່ຈະມາເຖິງ .