ງານຊຸມນຸມສະເຫລີມສະຫລອງວັນມະຫາສະມຸດໂລກ

ງານຊຸມນຸມສະເຫລີມສະຫລອງວັນມະຫາສະມຸດໂລກ - ảnh 1
​ປະ​ຊາ​ຊົນ​ນະ​ຄອນ​ດາ​ຫນັງຕອບ​ສະ​ຫນອງວັນ​ມະ​ຫາ​ສະ​ມຸດ​ໂລກ
ພາບ:baomoi.com

(vovworld)- ​ສັບ​ປະ​ດາ​ທະ​ເລ ແລະ ໝູ່​ເກາະ​ຫວຽດ​ນາມ ປີ 2015 ດຳ​ເນີນ​ໄປ​ແຕ່​ວັນ​ທີ 1-8/6 ດ້ວຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ. ທ່ານ​ເລ​ໝີ​ລຽນ, ຫົວ​ຫນ້າ​ພະ​ແນກ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ແຂວງ ກວ໋າງ​ຫງາຍ ໃຫ້​ຮູ້​ວ່າ: ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ຍົກ​ສູງ​ຄວາ​ມ​ຮັບ​ຮູ້​ຂອງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ກ່ຽວ​ກັບ​ທີ່​ຕັ້ງ, ຍຸດ​ທະ​ສາດ​ຂອງ​ທະ​ເລ​ໝູ່​ເກາະ​ຫວຽດ​ນາມ, ປົກ​ປັກ​ຮັກ​ສາ​ຊັບ​ພະ​ຍາ​ກອນ, ສິ່ງ​ແວດ​ລ້ອມ​ທະ​ເລ, ໝູ່​ເກາະ. ຄາດ​ວ່າ ງານ​ຊຸມ​ນຸມ​ດັ່ງ​ກ່າວ​ຈະ​ມີ 1.5000 ຄົນ​ເຂົ້າ​ຮ່ວມ. ທ່ານ ເລ​ໝີ​ລຽນ ໃຫ້​ຮູ້​ວ່າ:

        “ມາ​ຮອດ​ຈຸດ​ເວ​ລານີ້ ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ສັບ​ປະ​ດາ​ທະ​ເລ​ໝູ່​ເກາະ​ຫວຽດ​ນາມ ປີ 2015 ແມ່ນ​ສຳ​ເລັດ​ແລ້ວ ເພື່ອ​ໃຫ້​ງານ​ຊຸມນ​ຸມ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ. ປະ​ຈຸ​ບັນ ບັນ​ດາ​ອົງ​ການ, ຫົວ​ຫນ່ວຍ​ກ່ຽວ​ຂ້ອງ​ໄດ້​ກວດ​ກາ​ແຜນ​ການ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ.”

 

 

 

ຂ່າວ/ບົດ​ອື່ນ