ງານບູນຫໍ່ເຂົ້າຕົ້ມ ແລະ ຕຳເຂົ້າໜົມໄຢ່ຖະຫວາຍ ບັນດາເຈົ້າຊີວິດຮຸ່ງ

ງານບູນຫໍ່ເຂົ້າຕົ້ມ ແລະ ຕຳເຂົ້າໜົມໄຢ່ຖະຫວາຍ ບັນດາເຈົ້າຊີວິດຮຸ່ງ - ảnh 1
​ງານ​ບູນ​ແຂ່ງຂັນ​ຫໍ່, ຕົ້ມ​ເຂົ້າຕົ້ມ, ຕຳ​ເຂົ້າໜົມ​ໄຢ່
(ພາບ: TTXVN)


(vovworld) - ​ວັນ​ທີ 06/04, ຢູ່​ເຂດ​ປູຊະນີຍະສະຖ​ານວິຫານ​ຮຸ່ງ, ຄະນະ​ຈັດ​ຕັ້ງພິທີ​ໄຫວ​ບູຊາ​ເຈົ້າ​ຊີວິດ​ຮຸ່ງ - ງາ​ນບູນວິຫານ​ຮຸ່ງ​ປີ​ມະ​ເມຍ 2014 ​ໄດ້​ຈັດ​ງານ​ບູນ​ແຂ່ງຂັນ​ຫໍ່, ຕົ້ມ​ເຂົ້າຕົ້ມ, ຕຳ​ເຂົ້າໜົມ​ໄຢ່ ຖະຫວາ​ຍບັນດາ​ເຈົ້າ​ຊີວິດ​ຮຸ່ງ. ​ເຂົ້າ​ຮ່ວມ​ງານບູນມີ​ບັນດາ​ທິມຄື: ຮ່ວາ​ບິ່ງ, ຟຸ໋ທ້ໍ 1, ຟຸ໋ທ້ໍ 2, ຫາຍ​ເຢືອງ ​ແລະ ຮ່າ​ໂນ້ຍ. ໝາກຜົນ​ຂອງງານ​ແຂ່ງ​ຂັ້ນມີ​ຢູ່​ວ່າ, ທິມ​ຮ່າ​ໂນ້ຍ ຍາດ​ໄດ້ລາງວັນ​ທີ່​ໜຶ່ງ ດ້ວຍ​ການ​ແຂ່ງ​ຂັ້ນຕຳ​ເຂົ້າໜົມ​ໄຢ່, ທິມ​ຟຸ໋ທ້ໍ 2 ຍາດ​ໄດ້​ລາງວັນ​ທີ 1 ກ່ຽວ​ກັບ​ການຫໍ່, ຕົ້ມເຂົ້າຕົ້ມ.  2 ທິມດັ່ງກ່າວ​​ເປັນ​ກຽດໄດ້​ຖະຫວາຍເຂົ້າຕົ້ມ ​ແລະ ​ເຂົ້າໜົມ​ໄຢ່ຕໍ່​ເຈົ້າ​ຊີວິດ​ຮຸ່ງ ​ໃນ​ວັນ​ທີ 10 ​ເດືອນ 3 ​ໄລ່​ຕາມ​ຈັນທະ​ປະຕິທິນ ປີ 2014. ງານ​ແຂ່ງຂັນຫໍ່ເຂົ້າຕົ້ມ ​ແລະ ຕຳ​ເຂົ້າໜົມ​ໄຢ່ ​ໄດ​້ຈັດ​ຂຶ້ນ​ປະຈຳ​ປີ ​ເພື່ອ​ສະ​ແດງ​ຄວາມ​ນັບຖື, ຄວາມ​ຮູ້​ບູນຄຸນ​ຕໍ່​ບັນດາ​ເຊົ້າ​ຊີວິດ​ຮຸ່ງ ທີ່​ມີ​ຄຸນງາມ​ຄວາມ​ດີ​ໃນ​ການ​ກໍ່​ສ້າງ​ປະ​ເທດ​ຊາດ, ສ້າງ​ຮີດຄອງ​ປະ​ເພນີ​ທີ່​ເປັນມູນ​ເຊື້ອ​ອັນ​ດີງາມ​ຂອງຊາດ.

ຂ່າວ/ບົດ​ອື່ນ