ການສະແດງທີ່ລາຍການ
(ພາບ: TTXVN)
|
(vovworld) – ຕອນຄຳ່ວັນທີ 25/9, ພາຍຫຼັງດຳເນີນຢູ່ ຮ່າໂນ້ຍ, ງານມະໂຫລານສາກົນ “ຟ້ອນປະຈຸບັນ: ງານພົບປະລະຫວ່າງອາຊີ-ເອີລົບ” ສືບຕໍ່ໄຂຂຶ້ນຢູ່ນະຄອນ ໂຮ່ຈີມິນ, ເຊິ່ງໄດ້ແນະນຳເຖິງມະຫາຊົນບັນດາບົດຟ້ອນທັນສະໄໝຈາກປະເທດຕ່າງໆຄື: ເຢຍລະມັນ, ໂອຕຣິດ ແລະ ຫວຽດນາມ. ນີ້ແມ່ນປີທີ 6, ທີ່ງານມະຫາກຳສາກົນນີ້ໄດ້ຮັບການຈັດຕັ້ງດ້ວຍການປະສານງານຂອງສະຖາບັນ Goethe. ໃນ 3 ຄຳ່ຄືນແຕ່ 25 – 27/9, ຜູ້ຊົມໄດ້ຮັບຊົມ 4 ບົດຟ້ອນປະຈຸບັນ. ບັນດາບົດຟ້ອນສະແດງໃນງານມະໂຫລານ ແມ່ນການສົມທົບລະຫວ່າງຄວາມເປັນຈິງ, ກັບຈິດສຳນຶກ, ຄົ້ນຫາໂລກແຫ່ງຈິດໃຈຂອງມະນຸດ.