ງານພົບປະສັງສັນທີ່ເປັນມູນເຊື້ອກັບຊາວຫວຽດນາມ ອາໄສຢູ່ ລາວ ແລະ ໄທ

ງານພົບປະສັງສັນທີ່ເປັນມູນເຊື້ອກັບຊາວຫວຽດນາມ ອາໄສຢູ່ ລາວ ແລະ ໄທ - ảnh 1

ງານພົບ​ປະ​ສັງ​ສັນທີ່​ເປັນ​ມູນ​ເຊື້ອກັບຊາວ​ຫວຽດນາມ ອາ​ໄສ​ຢູ່ ລາວ ​ແລະ ​ໄທ
(ພາບ: hochiminhcity.gov.vn)

(vovworld) – ຕອນ​​ເຊົ້າ​ວັນ​ທີ 23/2, ຢູ່​ນະຄອນ ​ໂຮ່ຈິ​ມີນ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ ​ແລະ ຄະນະ​ຕິດ​ຕໍ່​ພົວພັນ ຊາວ ຫວຽດນາມ ອາ​ໄສ​ຢູ່ ລາວ - ​ໄທ ນະຄອນ​ໂຮ່ຈີ​ມິນ ​ໄດ້ຈັດ​ຕັ້ງ​ພິທີສະ​ເຫຼີ​ມສະຫຼອງ 25 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ ​ແລະ ພົບ​ປະ​ສັງ​ສັນທີ່​ເປັນ​​ມູນ​ເຊື້ອ​​ເພື່ອຊົມ​ເຊີຍ​ລະ​ດູ​ບານ​ໃໝ່ ປີ​ມະ​ເສ​ງ 2013. ​ເຂົ້າ​ຮ່ວມ​ງານ​ພົບ​ປະ​ສັງ​ສັນ​ມີ​ຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ 350 ຄົນ ​ແລະ ຜູ້​ຕາງໜ້າ​ສະຖານກົງສູນ​ໃຫຍ່ ລາວ, ​ໄທ ຢູ່​ນະຄອນ ​ໂຮ່ຈີ​ມິນ. ຄະນະ​ຕິດ​ຕໍ່​ພົວພັນ​ກັບ​ຊາວ ຫວຽດນາມ ອາ​ໄສ​ຢູ່ ລາວ - ​ໄທ ຂອງນະຄອນ ​ໂຮ່ຈີ​ມິນ ຍາມ​ໃດ​ກໍ່​ກຳນົດ​ບົດບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ກັບ​ຊາວ ຫວຽດນາມ ອາ​ໄສ​ຢູ່ ລາວ ​ແລະ ​ໄທ ​ແລະ ພິ​ເສດ​ເອົາ​ໃຈ​ໃສ່​ເຖິງ ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ນ້ຳ​ໃຈ​ມີດ​ຕະພາບ​ລະຫວ່າງ ປະຊາຊົນ 3 ປະ​ເທດ. ທ່ານ​ຮ່ວາງ​ງອກ​ຮູ່ງ, ຫົວໜ້າ​ຄະນະ​ຕິດ​ຕໍ່​ພົວພັນ​ຊາວ ຫວຽດນາມ​ ອາ​ໄສ​ຢູ່ ລາວ - ​ໄທ ນະຄອນ​ໂຮ່ຈີ​ມິນ ​ໃຫ້​ຮູ້​ວ່າ:

“ຍາມ​ໃດ​ພວກ​ຂ້າພະ​ເຈົ້າ​ກໍ່​ຖືວຽກ​ງານ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ​ເປັນສຳຄັນຍ້ອນ​ວ່າ​ພວກ​ຂ້າພ​ະເຈົ້າ​ແມ່ນ​ຊາວ ຫວຽດນາມ ອາ​ໄສ​ຢູ່ ລາວ, ​ໄທ, ດັ່ງ​ນັ້ນ​ພວກ​ເຮົາ​ຮູ້ຈັກ​ວັດທະນະທຳ​ຂອງ 2 ປະ​ເທດນີ້. ຍ້ອນ​​ເຫດ​ນັ້ນ, ພວກ​ຂ້າພະ​ເຈົ້າ​ຈະກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ໃຫ້​ແກ່​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ 3 ປະ​ເທດ. ພວກ​ຂ້າພະ​ເຈົ້າ​ກໍ່ປະຕິບັດ​ຄຳ​ສັ່ງ​ເລກທີ 04 ຂອງ​ສູນ​ກາງ​ນັ້ນແມ່ນ​ປ່ຽນ​ໃໝ່​ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ​ໃນ​ໄລຍະ​ໃໝ່.”

ຂ່າວ/ບົດ​ອື່ນ