ຈຸດພົ້ນເດັ່ນຂອງພື້ນຖານເສດຖະກິດຫວຽດນາມໃນ6ເດືອນຕົ້ນປີ

ຈຸດພົ້ນເດັ່ນຂອງພື້ນຖານເສດຖະກິດຫວຽດນາມໃນ6ເດືອນຕົ້ນປີ - ảnh 1

(vovworld)- GDP ໃນ 6 ເດືອນ​ຕົ້ນ​ປີ​ເພີ່ມ​ຂຶ້ນ 6,28% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ ແລະ ສູງກວ່າ​ຄາດ​ໝາຍ 6,2% ຊື່ງ​ລັດ​ຖະ​ບານ​ໄດ້​ວາ​ງອກ​ໃຫ້​ທັງ​ປີ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ທ່າ​ອ່ຽງ​ຟື້ນ​ຕົວ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ນີ້​ແມ່ນ​ຂໍ້​ມູນ​ຂ່າວ​ໄດ້​ຍົກ​ອອກ​ໃນ​ການ​ປະ​ຊຸມ​ຂ່າວ​ປະ​ກາດ​ຕົວ​ເລກ​ສ​ະ​ຖ​ິ​ຕິ​ເສດ​ຖະ​ກິດ​ສັງ​ຄົມ 6 ເດືອນ​ຕົ້ນ​ປີ 2015 ໂດຍ​ກົມ​ໃຫຍ່​ສະ​ຖິ​ຕິ ຈັດ​ຕັ້ງ​ໃນ​ວັນ​ທີ 26/6 ຢູ່ ຮ່​າ​ໂນ້ຍ. ຕາມ​ກົມ​ໃຫຍ່​ສະ​ຖິ​ຕິ​ແລ​້ວ, ໃນ​ໂຄງ​ປ​ະ​ກອບ​ເສດ​ຖະ​ກິດ​ໃນ 6 ເດືອນ​ຜ່ານ​ມາ, ເຂດ​ອຸດ​ສ​າ​ຫະ​ກຳ ແລະ ກໍ່​ສ້າງ​ສືບ​ຕໍ່​ກວມ​ອັດ​ຕາ​ສູງ​ສຸດ, ຖັດ​ມາ​ແມ່ນ​ເຂ​ດ​ກະ​ສິ​ກຳ, ປ່າ​ໄມ້ ແລະ ສິນ​ໃນ​ນ້ຳ, ເຂດ​ບໍ​ລິ​ການ. ວົ​ງ​ເງິນ​ສົ່ງ​ອອກ​ສິນ​ຄ້າ​ຄາດ​ວ່າ ບັນ​ລຸ 77,7 ຕື້ USD, ເພີ່ມ​ຂຶ້ນ 9% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ການ​ນຳ​ເຂົ້າ​ສິນ​ຄ້າ​ແມ່ນ​ບັນ​ລຸ 81,5 ຕື້ USD ເພີ່ມ​ຂຶ້ນ 17,7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຈຳ​ນວນ​ວິ​ສາ​ຫະ​ກິດ​ຈົດ​ທະ​ບຽນ​​ສ້າງ​ຕັ້ງໃຫມ່​ແມ່ນ​ເພີ່ມຂຶ້ນ​ສູງກວ່າ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ທ່ານ ຟ້າມ​ດີງ​ຖູຍ, ຫົວ​ຫນ້າ​ກົມ​ສະ​ຖິ​ຕິ​ອຸດ​ສາ​ຫະ​ກຳ​ໃຫ້​ຮູ້​ວ່າ:

        “ຫນຶ່ງ​ໃນ​ບ​ັນ​ດາ​ສາຍ​ເຫດ​ພາ​ໄປ​ເຖິງ​ເລື່ອງ​ຈຳ​ນວນວິ​ສາ​ຫະ​ກິດ​ຈົດ​ທະ​ບຽນ​ສ້າງ​ຕັ້ງ​ໃຫມ່​ເພີ່ມ​ຂຶ້ນ ຍ້ອນ​ບັນ​ດາ​ມາດ​ຕະ​ການ​ ມີ​ປະ​ສິດ​ທິ​ຜົນ ຂອງ​ລັດ​ຖະ​ບານ. ນອກນັ້ນ ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ​ ສະ​ບັບ​ປັບ​ປຸງ ມີ​ຜົນ​ສັກ​ສິດ ນັບ​ແຕ່​ເດືອນ 7 ຈະ​ມາ​ເຖິງ ໄດ້​ສົ່ງ​ຜົນ​ກະ​ທົບ​ໃຫຍ່, ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດ​ແມ່ນ​ສະ​ດວກກວ່າ."​

ຂ່າວ/ບົດ​ອື່ນ