ງານວາງສະແດງ “ ຮ່ວາງຊາ-ເຈືອງຊາ: ເຂດນ້ຳແດນດິນທີ່ບໍ່ອາດຕັດແຍກອອກຂອງຫວຽດນາມ”
|
(vovworld)- ຈີນຄວນພ້ອມກັບບັນດາປະເທດອາຊຽນສ້າງປະມວນຂໍ້ກຳນົດ ກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ. ສິ້ງນີ້ຖືກບັນດານັກຮຽນຮູ້ສາກົນເນັ້ນໜັກຢູທີ່ການໂອ້ລົມສົນທະນາຕີລາຄາການກະທຳຂອງຈີນໂດຍຕັ້ງຮ້ານເຈານ້ຳມັນຢ່າງຜິດກົດໝາຍໃນເຂດນ່ານທະເລຂອງຫວຽດນາມ ຊຶ່ງຖືກຈັດຂຶ້ນໃນຕອນເຊົ້າວັນທີ 21/6 ຢູ່ດານັ້ງ. ນັກຮຽນຮູ້ຫຼາຍຄົນທັງຢູ່ພາຍໃນ ແລະ ຕ່່າງປະເທດໄດ້ຕຳໜິຕິຕຽນການກະທຳຂອງຈີນ ຊຶ່ງໄດ້ ຕັ້ງຮ້ານເຈານ້ຳມັນໄຮຢາງ 981ຢ່າງຜິດກົດໝາຍໃນເຂດນ່ານທະເລຂອງຫວຽດນາມ, ໂດຍສະເພາະແມ່ນການກະທຳໃຊ້ຄວາມຮຸນແຮງຂອງບັນດາກຳປັ່ນຂອງຈີນຄືໄດ້ຕຳ, ສີດນ້ຳໃສ່ບັນດາກຳປັ່ນລັດຖະການຂອງຫວຽດນາມ. ເພື່ອຮັກສາສັນຕິພາບ, ສະຖຽນລະພາບ, ຄວາມປອດໄພ, ສິດເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກນັ້ນ, ບັນດາຝ່າຍຄວນລະງັບໃຈ, ເພີ່ມທະວີການສ້າງຄວາມເຊື່ອໝັ້ນ. ບໍ່ຕ້ອງມີການກະທຳພຽງລຳພັງຝ່າຍດຽວ. ບັນດານັກຮຽນຮູ້ຮຽກຮ້ອງຈີນຄວມພ້ອມກັບບັນດາປະເທດອາຊຽນສ້າງປະມວນຂໍ້ກຳນົດ ກ່ຽວກັບການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກເພື່ອສະກັດກັ້ນບັນດາການກະທຳປີນຂັ້ນໄດ, ກໍ່ຄວາມເຄັ່ງຕຶ່ງຢູ່ທະເລຕາເວັນອອກ. ສາດສະດາຈານ Eric Franckx ສັງກັດມະຫາວິທະຍາໄລເສລີບຣຸກແຊນ-ແບນຊິກ ໃຫ້ຮູ້ວ່າ :
“ ພວກເຮົາຄວນຄຳນຶງເລື່ອງນີ້ດ້ວຍ 2 ແງ່ມຸມຕ່າງກັນ, ຈາກນັ້ນກຳນົດອະທິປະໄຕບໍລິເວນນີ້ໂດຍອີງບົນກົດໝາຍສາກົນ. ຕາມຂ້າພະເຈົ້າແລ້ວ, ບັນດາພະຍານຫຼັກຖານຈາກ 2 ຝ່າຍຫວຽດນາມ ແລະ ຈີນຍັກອອກມານັ້ນ, ຂ້າພະເຈົ້າເຫັນວ່າ ບັນດາພະຍານຫຼັກຖານຂອງຫວຽດນາມແມ່ນມີລັກສະນະເກ້ຍກອມຫຼາຍກ່ວາ. ເຖິງວ່າຈີນຈະເຂົ້າຮ່ວມກໍລະນີຮ້ອງຟ້ອງນີ້ຫຼືບໍ່ນັ້ນ, ຫວຽດນາມກໍຄວນນຳບັນຫານີ້ຂຶ້ນສານສາກົນເພື່ອຜ່ານນັ້ນກໍຍາດແຍ່ງການສະໜັບສະໜູນຈາກຫາງສຽງສາກົນ”
ໃນກໍໃນຕອນເຊົ້າວັນດຽວກັນກໍໄດ້ໄຂງານວາງສະແດງ “ ຮ່ວາງຊາ-ເຈືອງຊາ: ເຂດນ້ຳແດນດິນທີ່ບໍ່ອາດຕັດແຍກອອກຂອງຫວຽດນາມ” . ທີ່ ງານວາງສະແດງ ກໍມີວັດຖຸພັນ, ເອກະສານຢ່່າງຫຼວງຫຼາຍຖືກນຳມາວາງສະແດງ ຊຶ່ງໄດ້ຢັ້ງຢືນອະທິປະໄຕຂອງຫວຽດນາມທີ່ມີຕໍ່ 2 ໝູ່ເກາະ ຮ່ວາງຊາ-ເຈືອງຊາ. ນັກຄົ້ນຄ້ວາ ບຸຍວັນຕ້ຽງ ປະທານສະມາຄົມວິທະຍາສາດປະຫວັດສາດນະຄອນ ດານັ້ງໃຫ້ຮູ້ວ່າ :
“ ນີ້ແມ່ນບັນດາພະຍານຫຼັກຖານປະກອບສ່ວນໃນການຕໍ່ສູ້ທາງການທູດເພື່ອຊ່ວຍພວກເຮົາມີພື້ນຖານດ້ານປະຫວັດສາດ ແລະ ກົດໝາຍຢ່າງຄົບຖ້ວນເພື່ອປົກປ້ອງຄວາມເປັນທຳຂອງຕົນ. . ຂ້າພະເຈົ້າຄິດວ່າ ບັນດາພະຍານຫຼັກຖານທີ່ພວກເຮົານຳມາວາງສະແດງຢູ່ທີ່ນີ້ຈະຊ່ວຍໃຫ້ ນັກຮຽນຮູ້ສາກົນມີເອກະສານຕື່ມອີກ ເພື່ອພ້ອມກັບຫວຽດນາມປະກອບສ່ວນເຂົ້າໃນການຕໍ່ສູ້ຮຽກຮ້ອງຈີນຈົ່ງຖອນຮ້ານເຈານ້ຳມັນອອກຈາກເຂດນ່ານທະເລຂອງຫວຽດນາມ” .