(VOVWORLD) -ວັນທີ 2 ກັນຍາກະຊວງການຄ້າ ຈີນ ໃຫ້ຮູ້ວ່າ ໄດ້ຮ້ອງຟ້ອງເລື່ອງ ອາເມລິກາ ຈັດວາງອັດຕາພາສີນຳເຂົ້າສຳລັບບັນດາປະເພດສິນຄ້າຂອງຈີນຂຶ້ນ ອົງການການຄ້າໂລກ (WTO).
ພາບປະກອບ: Getty Images |
ກະຊວງການຄ້າຈີນ ຖືວ່າ ບັນດາມາດຕະການພາສີຂອງ ອາເມລິກາແມ່ນ ໄປຝືນກັບຄວາມເຫັນດີເຫັນພ້ອມລະຫວ່າງການນຳສອງປະເທດຢູ່ນອກກອງປະຊຸມ G20 ຢູ່ Osaka, ປະເທດຍີ່ປຸ່ນ, ເມື່ອເດືອນມິຖຸນາ ທີ່ຜ່ານມາ. ກະຊວງການຄ້າຈີນ ກໍ່ຢັ້ງຢືນວ່າ ປະເທດນີ້ຈະ ປົກປ້ອງບັນດາສິດທີ່ຖືກກົດໝາຍຂອງຕົນຕາມຂໍ້ກຳນົດຂອງ WTOຢ່າງຂ້ຽວຂາດ.
ແຕ່ວັນທີ 1 ກັນຍາ ອາເມລິກາ ໄດ້ເລີ່ມການຈັດວາງອັດຕາພາສີທີ່ມີມູນຄ່າ 125 ຕື້ USD ສຳລັບບາງປະເພດສິນຄ້ານຳເຂົ້າຈາກ ຈີນ ລວມມີ ເກີບ, ໂມງອັດສະລິຍະ ແລະ ໂທລະທັດຈໍແບນ. ໃນຂະນະນັ້ນ, ຝ່າຍຈີນກໍ່ຈັດວາງອັດຕາພາສີໃນລະດັບ 5 – 10% ຂຶ້ນບັນດາປະເພດສິນຄ້າຂອງອາເມລິກາ ທີ່ມີມູນຄ່າ 75 ຕື້ USD.