ຈີນ ຈັດວາງອັດຕາພາສີນຳເຂົ້າສຳລັບຜະລິດຕະພັນ 128 ຊະນິດຂອງ ອາເມລິກາ

(VOVWORLD) - ວັນທີ 01 ເມສາ, ກະຊວງການຄ້າ ຈີນ ປະກາດວ່າ ປະເທດນີ້ ຈະຈັດວາງອັດຕາພາສີນຳເຂົ້າສຳລັບຜະລິດຕະພັນ128 ຊະນິດຂອງ ອາເມລິກາ, ຊຶ່ງເລີ່ມຕົ້ນແຕ່ວັນທີ 02 ເມສາ,

ເພື່ອແນໃສ່ໂຕ້ຕອບເລື່ອງຫວ່າງແລ້ວນີ້ ທີ່ອາເມລິກາ ໄດ້ຈັດວາງບັນດາຮົ້ວກີດຂວາງດ້ານການຄ້າ. ຜະລິດຕະພັນ 120 ຊະນິດຈະຖືກເກັບພາສີດ້ວຍອັດຕາ 15%, ໃນຂະນະນັ້ນ ຜະລິດຕະພັນ 8 ຊະນິດທີ່ຍັງເຫຼືອຈະຖືກເກັບພາສີ 25%.

        ກ່ອນໜ້ານັ້ນ, ໃນເດືອນ ມີນາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຊັນລັດຖະດຳລັດຈັດວາງອັດຕາພາສີນຳເຂົ້າສຳລັບເຫຼັກກ້າແມ່ນ 25% ແລະ ອາລູມີນຽມແມ່ນ 10%. ຫລັງຈາກນັ້ນ ແມ່ນບົດບັນທຶກຊ່ວຍຈຳຈັດວາງບັນດາບ້ວງເງິນເສຍພາສີເພີ່ມເຕີມທີ່ມີມູນຄ່າ 60 ຕື້ USD ສຳລັບ ຈີນ ດ້ວຍຄຳກ່າວຫາ ປັກກີ່ງ ລັກເອົາສິດຊັບສິນທາງປັນຍາ.

ຕອບກັບ

ຂ່າວ/ບົດ​ອື່ນ