ຈີນ ສືບຕໍ່ແມ່ນປະເທດມີໃບປະກາດປະດິດສ້າງ AI ໃຫຍ່ທີ່ສຸດໃນໂລກ
(VOVWORLD) - ຕາມບົດງານງານປະກາດຢູ່ກອງປະຊຸມ, ຈີນແມ່ນປະເທດມີໃບປະກາດປະດິດສ້າງ AI ໃຫຍ່ທີ່ສຸດໃນໂລກ, ກວມເອົາ 60%ຍອດຈຳນວນໃບປະກາດປະດິດສ້າງ ທົ່ວໂລກ.
ກອງປະຊຸມອິນເຕີເນັດ ໂລກ 2025 ໄດ້ອັດລົງໃນວັນທີ 9 ພະຈິກ ຢູ່ແຂວງ ເຈີຈຽງ, ຈີນ. ເຫດການດຶງດູດການເຂົ້າຮ່ວມຂອງຜູ້ແທນກ່ວາ 1.600 ຄົນຂອງຫຼາຍກ່ວາ 130 ປະເທດ ແລະ ເຂດແຄ້ວນ. ຕາມບົດງານງານປະກາດຢູ່ກອງປະຊຸມ, ຈີນແມ່ນປະເທດມີໃບປະກາດປະດິດສ້າງ AI ໃຫຍ່ທີ່ສຸດໃນໂລກ, ກວມເອົາ 60%ຍອດຈຳນວນໃບປະກາດປະດິດສ້າງ ທົ່ວໂລກ. ຈຳນວນໜັງສືຈົດທະບຽນໃບປະກາດປະດິດສ້າງ 6G ຂອງປະເທດນີ້ກໍ່ກວມເອົາກ່ວາ 40%ທົ່ວໂລກ, ຈັດຢູ່ອັນດັບທີ 1 ຂອງທົ່ວໂລກ. ປີ 2024, ຈຳນວນບໍລິສັດຈີນ ພັດທະນາ ຫຼື ໝູນໃຊ້ AI ເພີ່ມຂຶ້ນ 36% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກ່ອນ.