ນະຄອນດານັ້ງໄດ້ຕ້ອນຮັບແຂກທ່ອງທ່ຽວມາຢ້ຽມຢາມໃນໂອກາດບຸນເຕັດຢ່າງຫຼວງຫຼາຍ |
(vovworld)- ນັບແຕ່ວັນທີ 7 ຫາວັນທີ 10/2 (ກົງກັບ ວັນທີ 29 ແລະ ວັນທີ 3 ຂອງບຸນເຕັດ), ໄດ້ມີແຂກທ່ອງທ່ຽວ 53.000 ຄົນເຂົ້າ ແລະ ອອກເມືອງຜ່ານດ່ານສະໜາມບິນສາກົນໂນ້ຍບາຍ, ໃນນັ້ນ ສ່ວນຫຼາຍແມ່ນຊາວຫວຽດນາມອາໄສຢູ່ຕ່າງປະເທດ ແລະ ແຂກຕ່າງປະເທດ.
ໃນ 3 ມື້ບຸນເຕັດ, ນະຄອນດານັ້ງກໍໄດ້ຕ້ອນຮັບແຂກທ່ອງທ່ຽວ 200.000 ເທື່ອຄົນ, ເພີ່ມຂຶ້ນກວ່າ 16% ເມື່ອທຽບໃສ່ໄຍະດຽວກັນຂອງປີກາຍ, ໃນນັ້ນ ມີແຂກຕ່າງປະເທດ 200 ກ່ວາເທື່ອຄົນ. ໃນຊ່ວງເວລາດຽວກັນ, ກໍມີກຳປັ່ນສາກົນ 3 ລຳ ໄດ້ເຂົ້າທຽບທ່າຢູ່ດານັ້ງ ລວມມີແຂກທ່ອງທ່ຽວຕ່າງປະເທດປະມານ 3.300 ຄົນ. ພ້ອມກັນນັ້ນ, ແຂກທ່ອງທ່ຽວເຂົ້າມາຢາມດານັ້ງດ້ວຍທາງອາກາດກໍເພີ່ມຂຶ້ນຢ່າງກະໂດດຂັ້ນ ດ້ວຍ 175 ຖ້ຽວບິນ, ສົ່ງແຂກທ່ອງທ່ຽວເກືອບ 19.000 ຄົນມາດານັ້ງ. ທ່ານເຈີນຈີ້ເກືອງ ຮອງຫົວໜ້າພະແນກວັດທະນະທຳ-ກິລາ ແລະ ທ່ອງທ່ຽວນະຄອນດານັ້ງໃຫ້ຮູ້ວ່າ :
“ ປີນີ້, ເປົ້າໝາຍຂອງນະຄອນແມ່ນພະຍາຍາມສຸມໃສ່ຍົກສູງຄຸນນະພາບ, ການບໍລິການ. ທີ 2 ແມ່ນສ້າງການບໍລິການລະຫຼິ້ນ, ບັນເທິງເພື່ອຮັບໃຊ້ແຂກທ່ອງທ່ຽວຕື່ມອີກເພື່ອຕອບສະໜອງຕາມຄວາມຕ້ອງການທ່ອງທ່ຽວຂອງແຂກ, ສາມາດຫາລາຍໄດ້ຕື່ມອີກໃນໄລຍະທີ່ຈະມາເຖິງ ”