ຊຸກຍູ້ການພົວພັນຄູ່ວມມືຍຸດທະສາດຫວຽດນາມ-ອິນໂດເນເຊຍ

ຊຸກຍູ້ການພົວພັນຄູ່ວມມືຍຸດທະສາດຫວຽດນາມ-ອິນໂດເນເຊຍ - ảnh 1
ທ່ານ ຮ່ວາງ​ແອ​ງຕ໋ວນ ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ
​ຮອງ​ປະທານາທິບໍດີ ອິນ​ໂດ​ເນີ​ເຊຍ Jusuff Kalla
(ພາບ: vietnam+)

(vovworld) -  ວັນ​ທີ 11/01, ທ່ານ ຮ່ວາງ​ແອ​ງຕ໋ວນ ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອິນ​ໂດ​ເນ​ເຊຍ ​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ຮອງ​ປະທານາທິບໍດີ ອິນ​ໂດ​ເນີ​ເຊຍ Jusuff Kalla ຕາມ​ພິທີການ​ທູດ ​ເນື່ອງ​ໃນ​ໂອກາດ​ເລີ່​ມຕົ້ນ​ປະຕິບັດໜ້າ​ທີ່ການ​ທູດ​ຢູ່ ອິນ​​ໂດ​ເນ​ເຊຍ. ທີ່​ການ​ຕ້ອນຮັບ, ທ່ານ​ເອກ​ອັກຄະ​ລັດຖະທູດ ຮ່ວາງ​​ແອ​ງຕ໋ວນ ສະ​ແດງຄວາມ​ຫວັງ ​ແລະ ຄວາມຕັດສິນຂອງລັດ ​ແລະ ປະຊາຊົນ ຫວຽດນາມ ຮັດ​ແໜ້ນ​ການ​ພົວພັນ​ທີ່​ເປັນ​ມູນ​ເຊື້​​ອອັນ​ດີງາມ​ກັບ ອິນ​ໂດ​ເນ​ເຊຍ ຢ່າງ​ບໍ່​ຢຸດ​ຢັ້ງ. ພ້ອມ​ກັນ​ນັ້ນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ກໍ່​ຢືນຢັນ​ວ່າ: ຈຸດ​ສຸມ​ໃນ​ອາຍຸ​ການ​ປະຕິບັດໜ້າ​ທີ່​ການ​ທູດ​ຂອງ​ຕົນ ​ແມ່ນ​ປະຕິບັດ​ບົດ​ບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ດ້ານ​ການ​ຄ້າ, ວັດທະນະທຳ​ໃຫ້​ດ​ີ ​ແລະ ຕັ້ງໜ້າ​ປະກອບສ່ວນ​ຫລາຍ​ຢ່າງ​ໃຫ້​ແກ່​ການພັດທະນາການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ.

        ສ່ວນທ່ານ​ຮອງ​ປະທານາທິບໍດີ Jusuff Kalla ​ເຊື່ອ​ໝັ້ນ​ວ່າ: ທ່ານ​ເອກ​ອັກຄະ​ລັດຖະທູດ ຮ່ວາງ​ແອ​ງຕ໋ວນ ຈະ​​ເປັນ​ຂົວ​ເຊື່ອມ​ຕໍ່​ຕັ້ງໜ້າ​ປະກອບສ່ວນ​ໃຫ້​ແກ່​ການ​ປັບປຸງ ​ແລະ ພັດທະນາ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ 2 ປະ​ເທດ ຫວຽດນາມ - ອິນ​ໂດ​ເນ​ເຊຍ​ກ່ວາ​ອີກ.

ຂ່າວ/ບົດ​ອື່ນ