ຊຸກຍູ້ການຮ່ວມມືເປີດແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງໃນພາກພື້ນ ອາຊີ - ປາຊີຟິກ

(VOVWORLD) -ເພື່ອຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ, ບັນດາປະເທດ ຕ່າງກໍຕ້ອງເຄົາລົບກົດໝາຍສາກົນ ແລະ ບັນດາຫຼັກການອື່ນ
ຊຸກຍູ້ການຮ່ວມມືເປີດແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງໃນພາກພື້ນ ອາຊີ - ປາຊີຟິກ - ảnh 1 ທ່ານ Christopher Pyne ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ (ພາບ: vietnamplus.vn)

        ຊຸກຍູ້ບັນດາການພົວພັນຮ່ວມມືເປີດ ກໍຄື ປະຕິບັດຕາມກົດໝາຍສາກົນແມ່ນໜຶ່ງບັນດາຫຼັກການ ເພື່ອແກ້ໄຂບັນດາສິ່ງທ້າທາຍຄວາມໝັ້ນຄົງໃນປັດຈຸບັນ ຢູ່ພາກພື້ນ ອາຊີ - ປາຊີຟິກ. ກ່າວຄໍາເຫັນທີ່ເວທີປາໄສຄວາມໝັ້ນຄົງ Fullerrton ຄັ້ງທີ່ 7, ເຊິ່ງຖືກດໍາເນີນແຕ່ວັນທີ 27 – 29 ມັງກອນ ຢູ່ ສິງກະໂປ, ທ່ານ Christopher Pyne ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ ຢັ້ງຢືນວ່າ ເພື່ອຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ, ບັນດາປະເທດ ຕ່າງກໍຕ້ອງເຄົາລົບກົດໝາຍສາກົນ ແລະ ບັນດາຫຼັກການອື່ນ, ໃນນັ້ນ ບັນດາການຂັດແຍ້ງກັນ ຄວນໄດ້ຮັບການແກ້ໄຂໂດຍສັນຕິວິທີ, ບໍ່ນໍາໃຊ້ອາວຸດ ຫຼື ນາບຂູ່ນໍາໃຊ້ອາວຸດ

       ກ່ຽວຂ້ອງເຖິງບັນດາທະເລຕາເວັນອອກ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ ຮຽກຮ້ອງໃຫ້ຈີນ ມີການກະທໍາຢ່າງມີຄວາມຮັບຜິດຊອບ, ພ້ອມທັງເນັ້ນໜັກວ່າ ປັກກິ່ງ ຄວນສ້າງຄວາມໄວ້ເນື້ອເຊື່ອໃຈໃນພາກພື້ນ. ຕາມທ່ານລັດຖະມົນຕີ Pyne ແລ້ວ, ເລື່ອງ ຈີນ ສ້າງ ແລະ ຫັນເປັນການທະຫານເຂດຖົມດິນເປັນເກາະ ຢູ່ທະເລຕາເວັນອອກ ເຮັດໃຫ້ເພີ່ມຄວາມວິຕົກກັງວົນຂຶ້ນ. ທ່ານ Pyne ຊີ້ແຈ້ງວ່າ ເລື່ອງແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກຕາມກົດໝາຍສາກົນ ຈະຊ່ວຍສ້າງຄວາມໄວ້ເນື້ອເຊື່ອໃຈ./.

ຕອບກັບ

ຂ່າວ/ບົດ​ອື່ນ