ຊຸກຍູ້ການຮ່ວມມື ລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດຝລັ່ງ
(ທ່ານ ໂຕຮຸຍເຣື໋ອ, ຫົວໜ້າຄະນະຈັດຕັ້ງສູນກາງເຮັດວຽກຢູ່ຝລັ່ງ)
(vovworld) - ຄະນະຜູ້ແທນພັກກອມມູນິດຫວຽດນາມ ໂດຍທ່ານ ໂຕຮຸຍເຣື໋ອ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງຫວຽດນາມ ນຳໜ້າ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຝລັ່ງ ຕາມຄຳເຊີນຂອງການນຳພັກກອມມູນິດຝລັ່ງ.
ທີ່ການພົບປະກັບທ່ານ Pierre Laurent, ເລຂາປະເທດພັກກອມມູນິດຝລັ່ງ ໃນວັນທີ 26 ຕຸລາ, ທ່ານ ໂຕຮຸຍເຣື໋ອ, ຫົວໜ້າຄະນະຈັດຕັ້ງສູນກາງ ໄດ້ແຈ້ງໃຫ້ກັນຊາບສະພາບການຂອງຫວຽດນາມ, ການເຄື່ອນໄຫວຂອງພັກ, ລັດຖະບານ ແລະ ສະພາແຫ່ງຊາດຫວຽດນາມ ໃນໄລຍະມໍ່ໆມານີ້; ແລກປ່ຽນກັບຄະນະການນຳພັກກອມມູນິດຝລັ່ງ ກ່ຽວກັບບົດຮຽນໃນວຽກງານກໍ່ສ້າງພັກ. ທ່ານ ໂຕຮຸຍເຣື໋ອ, ຫົວໜ້າຄະນະຈັດຕັ້ງສູນກາງ ໃຫ້ຮູ້ວ່າ.
“ການພົວພັນລະຫວ່າງຫວຽດນາມ ກັບບັບດາປະເທດນັບມື້ນັບໄດ້ຮັບການເປີດກວ້າງ. ພວກຂ້າພະເຈົ້າເຫັນໄດ້ບັນດາສັນຍານທີ່ຕັ້ງໜ້າໃນປີ 2013. ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ ແຕ່ພວກຂ້າພະເຈົ້າໄດ້ຊອກຫາມາດຕະການແກ້ໄຂ, ວິທີປະຕິບັດຢ່າງຖືກຕ້ອງ. ບັນດາສິ່ງດັ່ງກ່າວສະແດງໃຫ້ເຫັນການປຶກສາຫາລືກ່ຽວກັບທິດສະດີລະຫວ່າງ 2 ພັກພວກເຮົາໃນໄລຍະຜ່ານມາແມ່ນມີປະໂຫຍດ. ຂ້າພະເຈົ້າປາດຖະໜາວ່າ ການພົວພັນລະຫວ່າງ 2 ພັກພວກເຮົາຈະນັບມື້ນັບໄດ້ຮັບການເພີ່ມທະວີ ແລະ ເປີດກວ້າງບັນດາຂົງເຂດເຄື່ອນໄຫວຕາມຄວາມຮຽກຮ້ອງຕ້ອນການໃໝ່ເຕີ່ມອີກ”.
ສ່ວນທ່ານ Pierre Laurent, ເລຂາພັກກອມມູນິດຝລັ່ງ ໄດ້ຕີລາຄາສູງຄວາມໝາຍຂອງການຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນພັກກອມມູນິດຫວຽດນາມ ແລະ ຢືນຢັນຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ ແລະ ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງ 2 ພັກໃນໄລຍະຈະມາເຖິງ.