ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ ໂດຍ​ຜ່ານ​ການ​ເຂົ້າ​ຮ່ວມ​ຂອງ​ເພດ​ຊາຍ

(VOVWORLD) -ເວທີປາໄສເຊື່ອມຕໍ່ເພດຊາຍ ເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ພັດທະນາແບບຍືນຍົງ ດ້ວຍຫົວຂໍ້ “ຮ່ວມເດີນທາງພ້ອມກັບເພດຊາດ ແລະ ເດັກຊາຍ ໃນການຫຼຸດຜ່ອນຄວາມກົດດັນກ່ຽວຂ້ອງເຖິງບົດບາດທາງເພດທີ່ເປັນປະເພນີ”.
ຊຸກ​ຍູ້​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ ໂດຍ​ຜ່ານ​ການ​ເຂົ້າ​ຮ່ວມ​ຂອງ​ເພດ​ຊາຍ - ảnh 1ການແລກປ່ຽນບົດຮຽນປະສົບການ ຢູ່ເວທີປາໄສ (ພາບ: VOV)

ວັນທີ 24 ພະຈິກ, ຢູ່ຮ່າໂນ້ຍ, ສະຖາບັນຄົ້ນຄວ້າ ແລະ ພັດທະນາສັງຄົມ ຫວຽດນາມ ໄດ້ຈັດເວທີປາໄສເຊື່ອມຕໍ່ເພດຊາຍ ເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ພັດທະນາແບບຍືນຍົງ ດ້ວຍຫົວຂໍ້ “ຮ່ວມເດີນທາງພ້ອມກັບເພດຊາດ ແລະ ເດັກຊາຍ ໃນການຫຼຸດຜ່ອນຄວາມກົດດັນກ່ຽວຂ້ອງເຖິງບົດບາດທາງເພດທີ່ເປັນປະເພນີ”. ນີ້ແມ່ນກິດຈະກຳເຄື່ອນໄຫວຕອບສະໜອງເດືອນກະທຳເພື່ອຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງບົນພື້ນຖານທາງເພດ, ຂົນຂວາຍປຸກລະດົມການເຂົ້າຮ່ວມຂອງເພດຊາຍໃນການຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ປີ 2022.

        ເວທີປາໄສດັ່ງກ່າວໄດ້ສຸມໃສ່ປຶກສາຫາລືກ່ຽວກັບສິ່ງທ້າທາຍ ແລະ ບົດຮຽນປະສົບການເມື່ອຂົນຂວາຍເພດຊາຍ ແລະ ເດັກຊາຍເຂົ້າຮ່ວມການຊຸກຍູ້ຄວາມສະເໝີພາບລະຫວ່າງ ຍິງ - ຊາຍ, ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ. ຜ່ານນັ້ນ, ຊຸກຍູ້ການພັດທະນາແບບຍືນຍົງຢູ່ ຫວຽດນາມ.


ຕອບກັບ

ຂ່າວ/ບົດ​ອື່ນ