ຊູດັງໃຕ້: ການນຳຝ່າຍຄ້ານເຫັນດີເຊັນຂໍ້ຕົກລົງສັນຕິພາບ

(VOVWORLD) - ພາຍຫຼັງບັນດາການເຈລະຈາທີ່ເຄັ່ງຕຶງຂອງບັນດານັກເຈລະຈາ ຊູດັງ, ທ່ານ Machar ຕົກລົງຈະລົງນາມໃນຂໍ້ຕົກລົງດັ່ງກ່າວໃນວັນທີ 30 ສິງຫາ.
 
ຊູດັງໃຕ້: ການນຳຝ່າຍຄ້ານເຫັນດີເຊັນຂໍ້ຕົກລົງສັນຕິພາບ - ảnh 1 ພາບປະກອບ

ວັນທີ 28 ສິງຫາ, ຄົນກາງໄກເກ່ຍໃຫ້ແກ່ ຊູດັງໃຕ້ ທ່ານໜຶ່ງ ໃຫ້ຮູ້ວ່າ: ທ່ານ Riek Machar, ຫົວໜ້າຝ່າຍຄ້ານຢູ່ປະເທດນີ້ ໄດ້ເຫັນດີເຊັນຂໍ້ຕົກລົງສັນຕິພາບສະບັບສຸດທ້າຍກັບລັດຖະບານເພື່ອແນໃສ່ຢຸດຕິສົງຄາມກາງເມືອງທີ່ແກ່ຍາວເປັນເວລາ ຫຼາຍປີຜ່ານມາ. ກ່ອນໜ້ານັ້ນ, ທ່ານ Machar ໄດ້ປະຕິເສດຂໍ້ຕົກລົງສະບັບນີ້ເປັນຫຼາຍຄັ້ງ. ກ່າວຄຳເຫັນກັບນັກຂ່າວ, ທ່ານລັດຖະມົນຕີການຕ່າງປະເທດ ຊູດັງ Al – Dierdiry Ahmed, ຜູ້ເຂົ້າຮ່ວມດ້ວຍຄວາມມານະພະຍາຍາມເປັນຄົນກາງໄກເກ່ຍຢູ່ຊູດັງໃຕ້, ໃຫ້ຮູ້ວ່າ: ພາຍຫຼັງບັນດາການເຈລະຈາທີ່ເຄັ່ງຕຶງຂອງບັນດານັກເຈລະຈາ ຊູດັງ, ທ່ານ Machar ຕົກລົງຈະລົງນາມໃນຂໍ້ຕົກລົງດັ່ງກ່າວໃນວັນທີ 30 ສິງຫາ. ກ່ອນໜ້ານັ້ນ, ທ່ານ Machar ໄດ້ປະຕິເສດເຊັນຂໍ້ຕົກລົງສັນຕິພາບດ້ວຍເຫດຜົນທີ່ວ່າ ບັນດາເຂດດິນແດນຂອງຝ່າຍຄ້ານບໍ່ໄດ້ຮັບການຮັບຮອງຢູ່ໃນເອກະສານດັ່ງກ່າວນີ້.

        ຕາມແຜນການແລ້ວ, ບັນດາຄົນກາງໄກເກ່ຍ ຈະຍື່ນເອກະສານສະບັບສຸດທ້າຍຕໍ່ອົງການພັດທະນາລະຫວ່າງລັດຖະບານ (IGAD) - ອົງການນຳໜ້າໃນຄວາມມານະພະຍາຍາມຊຸກຍູ້ສັນຕິພາບຢູ່ ຊູດັງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ