IS ແລະ ບັນດາຕົວປະກັນຊາວ ອີຢິບ
(ພາບ: AFP/TTXVN)
|
(vovworld) – ໝາກຜົນຂອງການຢັ່ງຫາງສຽງໂດຍສະຖາບັນຄົ້ນຄ້ວາຫາງສຽງ IXE ປະຕິບັດໄລຍະມໍ່ໆມານີ້ສະແດງໃຫ້ເຫັນວ່າ: 72% ຈຳນວນຜູ້ຖືກຖາມ ມີຄວາມວິຕົກວັງວົນວ່າ: ກຳລັງ ລັດອິດສະລາມ (IS) ຂະໜາມນາມເອງ ອາດຈະບຸກໂຈມຕີ ອີຕາລີ ຈາກ ລີບີ ດ້ວຍຫຼາຍວິທີທີ່ແຕກຕ່າງກັນ. ຄວາມວິຕົກວັງວົນນີ້ນັບມື້ນັບເພີ່ມຂຶ້ນໃນຊຸມວັນຜ່ານມາ, ພາຍຫຼັງ IS ຢືດຄອງນະຄອນ Sirte ຂອງລີບີ, ຫ່າງຈາກເຂດດິນແດນຂອງ ອີຕາລີ ພຽງກ່ວາ 300 ກມ ເທົ່ານັ້ນ. ຈາກນັ້ນແມ່ນເລື່ອງ IS ຖະແຫຼງ ອີຕາລີ ແມ່ນສັດຕູຂອງກຳລັງນີ້ ແລະ ໄດ້ຍົກອອກບັນດາຄຳນາບຂູ່ຈະບຸກໂຈມຕີດ້ວຍລູກສອນໄຟ Scud.
ແຕ່ເຖິງຢ່າງໃດກໍ່ຕາມ, ການຢັ່ງຫາງສຽງກໍ່ສະແດງໃຫ້ເຫັນວ່າ: 63% ຈຳນວນຜູ້ຖືກຖາມບໍ່ສະໜັບສະໜູນການແຊກແຊງການທະຫານເຂົ້າ ລີບີ ເພື່ອສະກັດກັ້ນ IS, ມີພຽງ 27% ຖືວ່າການແຊກແຊງດ້ານການທະຫານແມ່ນຈຳເປັນ ແລະ ຕ້ອງປະຕິບັດໃນທັນທີ.