ຊາວໜຸ່ມ,ນັກສຶກສາຫວຽດນາມອາໄສຢູ່ຕ່າງປະເທດຄົ້ນຫາຄຸ້ນເມືອງເກົ່າໂຮ້ຍອານ

(VOVWORLD) -ຄະນະຜູ້ແທນຊາວໜຸ່ມ, ນັກສຶກສາຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ 2019 ໄດ້ໄປຢ້ຽມຢາມ ແລະ ຄົ້ນຫາຄຸ້ມເມືອງເກົ່າໂຮ້ຍອານ
ຊາວໜຸ່ມ,ນັກສຶກສາຫວຽດນາມອາໄສຢູ່ຕ່າງປະເທດຄົ້ນຫາຄຸ້ນເມືອງເກົ່າໂຮ້ຍອານ - ảnh 1(ຄຸ້ມເມືອງເກົ່າໂຮ້ຍອານ ແມ່ນນະຄອນໄດ້ຮັບການເລືອກເຟັ້ນແມ່ນສະຖານທີ່ດີທີ່ສຸດປີ 2019)

ຕອນຄ່ຳວັນທີ 16 ກໍລະກົດ, ຄະນະຜູ້ແທນຊາວໜຸ່ມ, ນັກສຶກສາຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ 2019 ໄດ້ໄປຢ້ຽມຢາມ ແລະ ຄົ້ນຫາຄຸ້ມເມືອງເກົ່າໂຮ້ຍອານ ເຊິ່ງແມ່ນນະຄອນໄດ້ຮັບການເລືອກເຟັ້ນແມ່ນສະຖານທີ່ດີທີ່ສຸດປີ 2019 ໂດຍວາລະສານ Travel and Leisure (ວາລະສານແຖວໜ້າຂອງອາເມລິກາ) ຈັດຕັ້ງການຄັດເລືອກ. ເຂົ້າຮ່ວມການຢ້ຽມຢາມ, ເພື່ອນ ເຈິ່ນຫວຽດທ໊າຍ, ມາຈາກໄທ, ແບ່ງປັນວ່າ, ນີ້ິ້ແມ່ນໜຶ່ງໃນບັນດາສະຖານທີ່ຢ້ຽມຢາມທີ່ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງເມື່ອເຂົ້າຮ່ວມຄ້າຍພັກແລ້ງໃນຄັ້ງນີ້.

        “ນ້ອງເຫັນວ່າຄຸ້ມຖະໜົນເກົ່າໂຮ້ຍອານ ແມ່ນສວຍງາມທີ່ສຸດ, ຢູ່ປະເທດໄທ ກໍ່ມີຄຸ້ມຖະໜົນເກົ່າ, ແຕ່ບໍ່ຄືກັບຢູ່ນີ້, ບັນຍາກາດຢູ່ທີ່ນີ້ແມ່ນຟົດຟື້ນທີ່ສຸດ. ນ້ອງກໍ່ນິຍົມບັນດາຖໂຄມໄຟທີ່ໄດ້ຫ້ອຍຢູ່ໂຮ້ຍອານ, ເບິ່ງແລ້ວສວຍງາມຫຼາຍ. ຄຸ້ມຖະໜົນເກົ່າໂຮ້ຍອານ ມີອາຫານຂອງກິນ, ເຄື່ອງດື່ມຫຼາຍຊະໜິດ, ທິວທັດທຳມະຊາດຢູ່ທີ່ນີ້ກໍ່ສວຍງາມດີ, ໂດຍສະເພາະແມ່ນຮູບພາບນັ່ງລອຍກະໂທງຢູ່ເຮືອ”.

ຕອບກັບ

ຂ່າວ/ບົດ​ອື່ນ